WHO ກ່າວ​ເຕືອນ​ວ່າ ຕ້ອງ​ສືບ​ຕໍ່​​ລະ​ມັດ​ລະ​ວັງ​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ຫ້ອງການອົງການອະນາໄມໂລກ (WHO) ພາກພື້ນ ເອີຣົບ ໃນວັນທີ 27 ມິຖຸນາ ໄດ້ກ່າວເຕືອນຄວາມສ່ຽງຈາກໂລກລະບາດໂຄວິດ - 19 ຍັງມີຢູ່.
WHO ກ່າວ​ເຕືອນ​ວ່າ ຕ້ອງ​ສືບ​ຕໍ່​​ລະ​ມັດ​ລະ​ວັງ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ຝລັ່ງ (ພາບເອກະສານ: AFP/TTXVN)

ທ່ານ Hans Kluge, ຜູ້ອຳນວຍການພາກພື້ນເອີຣົບ ຂອງ WHO, ກ່າວເຕືອນວ່າ ແຕ່ລະອາທິດ ອົງການ WHO ຍັງຢັ້ງຢືນໃນທົ່ວພາກພື້ນ ມີຜູ້ເສຍຊີວິດລາຍໃໝ່ ເກືອບ 1.000 ຄົນ ຍ້ອນໂລກລະບາດໂຄວິດ - 19. ທ່ານກໍກະຕຸກຊຸກຍູ້ອຳນາດການປົກຄອງບັນດາປະເທດຕ້ອງຮັບປະກັນອັດຕາສັກວັກຊິນໃຫ້ບັນລຸຢ່າງໜ້ອຍສຸດແມ່ນ 70% ສຳລັບກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງກວ່າເພິ່ນ. ທ່ານ Hans Kluge ເນັ້ນໜັກວ່າ ເວລາໃດທີ່ວົງການສາທາລະນະສຸກ ແລະ ບັນດານັກວິທະຍາສາດພັດທະນາວິທີບົ່ງມະຕິ ແລະ ປິ່ນປົ່ວອາການ Long Covid ຢ່າງຮອບດ້ານ, ເວລານັ້ນ ມະນຸດຈຶ່ງສາມາດຟື້ນຟູຫຼັງໂລກລະບາດໂຄວິດ - 19 ໄດ້ຢ່າງແທ້ຈິງ. ທ່ານ Hans Kluge ກໍຮຽກຮ້ອງຄວາມມານະພະຍາຍາມຄົ້ນຄວ້າອາການນີ້ຢ່າງເລິກເຊິ່ງ. 


ຕອບກັບ

ຂ່າວ/ບົດ​ອື່ນ