ກຸຍບາຢືນຢັນຮັກສາເສັ້ນທາງສັງຄົມນິຍົົມແລະຊຸກຍູ້ການພົວພັນກັບອາເມລິກາ

ກຸຍບາຢືນຢັນຮັກສາເສັ້ນທາງສັງຄົມນິຍົົມແລະຊຸກຍູ້ການພົວພັນກັບອາເມລິກາ - ảnh 1
(ພາບ​ປະ​ກອບ​ຈາກ​ອີນ​ເຕີ​ແນັດ)

(vovworld) –​ ​​ໜັງ​ສື​ພິມ​ລາຍ​ວັນ “Granma”, ​ກ​ະ​ບອກ​ສຽງ​ຂອງ​ພັກ​ກອ​ມມ​ູ​ນິດ​ກຸຍ​ບາ, ສະ​ບັບ​ອອກວັນ​ທີ 09/03 ມີ​ບົດ​ນຳ​ກ່ຽວ​ກັບ​ການ​ຢ້ຽ​ມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Omaba ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ. ບົດ​ຂຽນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຢ້ຽມ​ຢາມ​ທີ່​ຈະ​ມາ​ເຖິງ​ຂອງ​ທ່ານ Barack Omaba ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທີ 2 ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ເຖິງ​ກຸຍ​ບາ. ບົດ​ຂຽນ​ຢືນ​ຢັນ​ວ່າ, ກຸຍ​ບາ ຈະ​ຕ້ອ​ນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Omaba ດ້ວຍ​ທຸກ​​ພິ​ທີການ​ທີ່​ສະ​ຫງວນ​ໃຫ້​ປະ​ມຸກ​ລັດ ແລະ ດ້ວຍ​​ນ້ຳ​ໃຈ​ຮັກ​ແພງ​ແຂກ​ຄົນ​​ທີ່ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ​ກຸຍບ​າ. ໜັງ​ສື​ພິມ​ລາຍ​ວັນ “Granma” ກ​ໍ​ເຊື່ອ​ໝັ້ນ​ວ່າ, ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ອາ​ເມ​ລິ​ກາ ຕີ​ລາ​ຄາ ແລະ ມີ​ຄວາມ​ຮູ້​ສຶກ​ຕໍ່​ກຸຍ​ບາ​ຄື​ດັ່ງ​ປະ​ເທດ​ທີ່​ມີ​ຄວາມ​ຕັດ​ສິນ​ໃຈ​​ໃນ​ການພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ປະ​ຊາ​ຊົນ ໂ​ດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ຫຍຸ້ງ​ຍາກ​ອັນ​ໃຫຍ່​ຫຼວງ​ຍ້ອນ​ການ​ຂວ້ຳ​ບ​າດ​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ເມ​ລິກ​າ ກໍ່​ຂຶ້ນ. ໜັງ​ສື​ພິມ​ລາຍ​ວັນ “Granma” ໄ​ດ້​ຖະ​ແຫຼງ​ຄືນ​ໃໝ່​ບັນ​ດາ​ເງື່ອນ​ໄຂ​ຕັດ​ສິນ​ເພື່ອ​ໃຫ້ 2 ປະ​ເທດ​ຫັນ​ການ​ພົວ​ພັນ​ເປັນ​ປົກ​ກ​ະ​ຕິ ແມ່ນ​ອາ​ເມ​ລິ​ກາ ຕ້ອງ​ລົບ​ລ້າງ​ນະ​ໂຍ​ບາຍ​ປິດ​ລ້ອມ​ການ​ຂວ້ຳ​ບາດ, ມອບ​ຖານ​ທີ່​ໝັ້​ນ​ກອ​ງ​ທັບ​ເຮືອ​ທີ່​ຖືກ​ຢືດ​ຄອງ​ຢູ່​ອ່າວ Guantanamo ຂອງ​ກຸຍ​ບາ ​ໃຫ້​ກຸຍ​ບາ ຄືນ​ ແລະ ປະ​ລະ​ກົນ​ອຸ​ປາຍ “ສ້າງ​ພັກຝ່າຍ​ຄ້ານ​ການ​ເມືອງ​ພາຍ​ໃນ” ຢູ່​ປະ​ເທດ​ເກາະ Caribe ນີ້.

ຂ່າວ/ບົດ​ອື່ນ