ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ປຸກລຸກແຫຼ່ງກຳລັງຂອງວິສາຫະກິດ

(VOVWORLD) -ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ).

ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ປຸກລຸກແຫຼ່ງກຳລັງຂອງວິສາຫະກິດ - ảnh 1

ທີ່ກອງປະຊຸມ

(ພາບ: TTXVN)

ວັນທີ 17 ມິຖຸນາ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ). ຢູ່ນອກກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາວ່າ ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ຈະແມ່ນພື້ນຖານນິຕິກຳໃຫ້ວິສາຫະກິດມີການເຄື່ອນໄຫວສະດວກກວ່າ. ທ່ານ ຮ່ວາງວັນເກື່ອງ, ຄະນະສະມາຊິກສະພາແຫ່ງຊາດ ຮ່າໂນ້ຍ, ໃຫ້ຮູ້ວ່າ, ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ແມ່ນປັດໃຈສຳຄັນເພື່ອປຸກລຸກແຫຼ່ງກຳລັງໃຫ້ແກ່ວິສາຫະກິດ.

        “ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ແມ່ນແຜນນະໂຍບາຍເພື່ອໃຫ້ພວກເຮົາແກ້ໄຂບັນດາຄວາມຫຍຸ້ງຍາກ, ກໍຄືສ້າງກອບນິຕິກຳໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດໃນໄລຍະຍາວ ຫາກບໍ່ພຽງແຕ່ຢູ່ໃນສະພາບໜູນຊ່ວຍໃຫ້ແກ່ການຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ເທົ່ານັ້ນ. ໃນກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ນີ້, ມີຫຼາຍຂອບເຂດທີ່ຈະແຈ້ງກວ່າ ເພື່ອຊ່ວຍໃຫ້ວິສາຫະກິດມີການເຄື່ອນໄຫວທີ່ດີກວ່າ”.

ແລະກໍ່ໃນຕອນບ່າຍວັນທີ 17 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)ດ້ວຍອັດຕາການສະໜັບສະໜູນແມ່ນ 92,34%.

ຕອບກັບ

ຂ່າວ/ບົດ​ອື່ນ