ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຕາລີ-ຫວຽດນາມ ສະເໜີຕົວ ຢູ່ Roma

ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອີຕາລີ-ຫວຽດນາມ ສະເໜີຕົວ ຢູ່ Roma - ảnh 1
(ກຸ່ມ​ສະມາຊິກສະພາ​ແຫ່ງ​ຊາດ​ມິດຕະພາບ​ອີ​ຕາ​ລີ - ຫວຽດນາມ ສະ​ເໜີ​ຕົວຢູ່ Roma)

(vovworld) - ວັນ​ທີ 21/03, ຢູ່​ນະຄອນຫຼວງ Roma, ປະ​ເທດ​ອີ​ຕາ​ລີ, ກຸ່ມ​ສະມາຊິກສະພາ​ແຫ່ງ​ຊາດ ມິດຕະພາບ​ອີ​ຕາ​ລີ - ຫວຽດນາມ ​ໄດ້​ຈັດພິທີສະ​ເໜີ​ຕົວຢ່າງ​ເປັນ​ທາງ​ການ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ປະທານ​ສະພາ​ແຫ່ງຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ທ່ານ Pier Ferdiando Casini ປະທານກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບ​ອີ​ຕາ​ລີ - ຫວຽດນາມ ​ແລະ ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ອີ​ຕາ​ລີ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທາ​ນສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ຢືນຢັນ​ວ່າ ​ເລື່ອງ​ສະ​ເໜີ​ຕົວ​ກຸ່ມ​ສະມາຊິກສະພາ​ແຫ່ງ​ຊາດມິດຕະພາບ​ອີ​ຕາ​ລີ - ຫວຽດນາມ ​ແມ່ນ​ເຫດການ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງອົງການ​ນິຕິ​ບັດ​ຍັດ 2 ປະ​ເທດ. ທ່ານ​ປະທານ​ສະພາ​ແຫ​່ງຊາດ ຫງວຽນຊິງຮຸ່ງ ​ເຊື່ອ​ໝັ້ນ​ວ່າ ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ, ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ລັດຖະສະພາ​ອີ​ຕາ​ລີ, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

        “ຂ້າພະ​ເຈົ້າ​ຊົມ​ເຊີຍ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອີ​ຕາ​ລີ ທີ່​ໄດ້​ສະໜັບສະໜູນ ​ແລະ ​ເຂົ້າ​ຮ່ວມ​ກຸ່​ມສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບ​ອີ​ຕາ​ລີ - ຫວຽດນາມ ດ້ວຍ​ຈິດ​ໃຈ, ຄວາມຮັບຜິດ​ຊອບ​ສູງ​ ​ເຮັດ​​ໃຫ້​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ນັບ​ມື້​ນັບສະ​ໜິດຕິດ​ພັນ​ກວ່າ, ປະກອບສ່ວນ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ​ນັບມື້​ນັບ​ພັດທະນາ ​ແລະ ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະ​ຊາ​ຊົນ 2 ປະ​ເທດ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນຢ່າງ​ແນວ​ແນ່​ວ່າ ກຸ່ມ​ສະມາຊິກສະພາ​ແຫ່ງ​ຊາດມິດຕະພາບ​ອີ​ຕາ​ລີ - ຫວຽດນາມ ຈະ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດລວມ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດພວກ​ເຮົາ”.

ຂ່າວ/ບົດ​ອື່ນ