ກໍລະນີຕິດໄວຣັກ HIV ຄົນທີ 3 ໃນໂລກໄດ້ຮັບການປິ່ນປົວສຳເລັດ

(VOVWORLD) - ຄວາມປາດຖະໜາກ່ຽວກັບເລື່ອງປີ່ນປົວພະຍາດແຫ່ງສະຕະວັດ HIV/AIDS ໃຫ້ສຳເລັດອີກຄັ້ງໜຶ່ງໄດ້ປະກົດຂຶ້ນ ຂະນະທີ່ມີເດັກຍິງຊາວ ອາບຟຣີກາ ໃຕ້, ອາຍຸ 9 ປີໄດ້ກາຍເປັນຄົນເຈັບຕິດ HIV ຄົນທີສາມໃນໂລດໄດ້ປິ່ນປົວໃຫ້ຫາຍດີ. 
ກໍລະນີຕິດໄວຣັກ HIV ຄົນທີ 3 ໃນໂລກໄດ້ຮັບການປິ່ນປົວສຳເລັດ - ảnh 1 ພາບປະກອບ

ນີ້ແມ່ນແຈ້ງຂ່າວໄດ້ຮັບການປະກາດທີ່ກອງປະຊຸມສາກົນກ່ຽວກັບພະຍາດໂລກ AIDS ພວມໄດ້ຈັດຂຶ້ນຢູ່ນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ. ຕາມວົງການນັກຄົ້ນຄ້ວາແລ້ວ, ເດັກຍິງຜູ້ນີ້ຖືກຕິດໄວຣັດ HIV ເມື່ອອາຍຸໄດ້ 32 ວັນເທົ່ານັ້ນ. ຫຼັງຈາກນັ້ນ, ເດັກສາວຜູ້ນີ້ໄດ້ຮັບການປິ່ນປົວໂດຍແກ່ຍາວ 10 ເດືອນ. ບັນດາຂັ້ນຕອນປິ່ນປົວນີ້ໄດ້ສິ້ນສຸດລົງເມື່ອເດັກຍິງຜູ້ນີ້ມີອາຍຸ 1 ປີ ແລະ ໝາກຜົນຂອງການວິໃຈໄດ້ສະແດງໃຫ້ເຫັນວ່າ ປະລິມານ ໄວຣັດ HIV ໃນເລືອດຂອງຜູ້ນີ້ ໄດ້ຫລຸດລົງລະດັບ “ບໍ່ສາມາດກວດພົບໄດ້”. ກ່ອນນີ້, ຄົນເຈັບ 2 ຄົນໄດ້ຮັບຖືວ່າໄດ້ປິ່ນປົວພະຍາດນີ້ສຳເລັດຜົນແມ່ນທ່ານ Thimothy Brown, ອາຍຸ 46 ປີ ຢູ່ເຂດທາງທິດຕາເວັນຕົກປະເທດ ອາເມລິກາ  ໃນເດືອນ ກໍລະກົດປີ 2012 ແລະ ເດັກນ້ອຍຜູ້ໜຶ່ງອາຍຸ 2 ປີ, ຊາວ ອາເມລິກາ ໄດ້ຮັບການປະກາດໃນເດືອນ ມີນາ 2013

ຕອບກັບ

ຂ່າວ/ບົດ​ອື່ນ