ກວດກາບັນດາໃບສະເໜີ, ແຜນຮ່າງຂອງຫົວໜ້າສານປະຊາຊົນສູງສຸດ

ກວດກາບັນດາໃບສະເໜີ, ແຜນຮ່າງຂອງຫົວໜ້າສານປະຊາຊົນສູງສຸດ  - ảnh 1
(ພາບປະກອບ: TTXVN)

(vovworld) - ວັນ​ທີ 23/4, ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​​ໄດ້ປະຊຸມ​ວາລະ​ຄົບ​ຄະນະ​, ເພື່ອກວດກາ​ບັນດາ​ໃບ​ສະ​ເໜີ​, ​ແຜນ​ຮ່າງຂອງຫົວໜ້າ​ສານ​ປະຊາຊົນ​ສູງ​ສຸດ ກ່ຽວ​ກັບ​ເລື່ອງ​ປັບປຸງ​ອົງ​ປະກອບ, ການຈັດ​ຕັ້ງ, ກົງຈັກ, ບຸກຄະລາ​ກອນ​ຂອງ​ສານ​ປະຊາຊົນ​ທຸກ​ຂັ້ນ ​ຕາມ​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສານ​ປະຊາຊົນ​ປີ 2014. ຕາມ​ໃບ​ສະ​ເໜີ​ກ່ຽວ​ກັບ​ເລື່ອງ​ອະນຸມັດ​ຜ່ານ​ຂໍ້​ຕົກລົງ​ຂອງ​ຫົວໜ້າ​ສານ​ປະຊາຊົນ​ສູນ​ສຸດ​ ກ່ຽວ​ກັບ​ກົງຈັກ​ຊ່ວຍ​ວຽກ​ຂອງ​ສານ​ປະຊາຊົນ​ສູງ​ສຸດ. ຄາດ​ວ່າ​ສານ​ປະຊາຊົນ​ສູງ​ສຸດຈະ​ສ້າງ​ຕັ້ງ 14 ຫົວໜ່ວຍ​ເພື່ອ​ໜູນ​ຊ່ວຍ​ດ້ານ​ວິຊາ​ການ, ດ້ານ​ບໍລິຫານ, ກົດໝາຍ ​ແລະ ພາລະກິດ​ຂອງ​ລັດ. ​ເມື່ອຕີ​ລາຄາ​​ໃບ​ສະ​ເໜີ, ໜ່ວຍ​ຄົ້ນ​ຄ້ວາ​ຂອງ​ກຳມາ​ທິການ​ກົດໝາຍ​ໄດ້​ເຫັນ​ດີ​ໂດຍ​ພື້ນຖານຕໍ່​ສານ​ປະຊາຊົນ​ສູງ​ສຸດ, ຍ້ອນ​​ກຳນົດ​​ໄດ້ບົດບາດ​ໜ້າ​ທີ່​ຂອງ​ກົງຈັກ​ຊ່ວຍ​ວຽກ, ຕອບ​ສະໜອງ​ໜ້າ​ທີ່, ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ຂອງ​ສານ​ປະຊາຊົນ​ສູງ​ສຸດ. ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​ຂອງ​ກຳມາ​ທິການ​ກົດໝາຍ ກໍ່​ໄດ້​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ໃສ່​ໃບ​ສະ​ເໜີ ​ແລະ ຮ່າງ​ມະຕິ​ກ່ຽວ​ກັບ​ການ​ອະນຸມັດ​ຜ່ານ​ຂໍ້​ຕົກລົງ​ບັນຊີ​ລາຍ​ຊື່​ກຳມະການ​ສະພາ​ເລືອກ​ເຟັ້ນ, ຕິດຕາມ​ກວດກາ​ຜູ້​ພິພາກສາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ