ກວາງນິງ: ຕ້ອນຮັບ ກ່ຳປັ່ນ Costa Victoria ເຂົ້າທຽບທ່າຢູ່ຮ້າລອງໃນຈຸດເວລາທຳອິດຂອງປີໃໝ່

ກວາງນິງ: ຕ້ອນຮັບ ກ່ຳປັ່ນ Costa Victoria ເຂົ້າທຽບທ່າຢູ່ຮ້າລອງໃນຈຸດເວລາທຳອິດຂອງປີໃໝ່ - ảnh 1
(ກ່ຳ​ປັ່ນ Costa Victoria ​ເຂົ້າທຽບທ່າ​ຢູ່​ຮ້າ​ລອງໃນ​ຈຸດ​ເວລາ​ທຳ​ອິດ​ຂອງ​ປີ​ໃໝ່)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 19/02 (ກົງ​ກັບ​ວັນ​ທີ 1 ບຸນ​ເຕັດ), ກ່ຳ​ປັ່ນ 5 ດາວ​ມີ​ຊື່ວ່າ Costa Victoria ​ໄດ້ບັນທຸກ​ນັກ​ທ່ອງ​ທ່ຽວ ​ແລະ ລູກ​ເຮືອເຂົ້າທ່ຽບທ່າ​ຢູ່​ຮ້າ​ລອງ, ກວາງ​ນິງ ໃນ​ຈຸດ​ເວລາ​ທຳ​ອິດ​ຂອງ​ປີ​ມະ​ແມ 2015.

        ນັກ​ທ່ອງ​ທ່ຽວ​ຂອງ​ກຳ​່ປັ່ນ Costa Victoria ​ເຂົ້າທຽບທ່າກວາງ​ນິງ ​ໃນ​ຈຸດ​ເວລາ​ຕົ້ນ​ປີ​ໃໝ່ ສ່ວນ​ຫຼາຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຈີນ, ຮົ່ງກົງ, ​ໄຕ້​ຫວັນ (ຈີນ) ​ແລະ ບາງ​ປະ​ເທດ​ເອີ​ລົບ.

        ຕາມ​ແຜນການ, ນັກ​ທ່ອງ​ທ່ຽວຈະ​ໄປ​ຢ້ຽມຢາມ​ເຂດ​ມໍ​ລະດົກ, ​ທິວ​ທັດ​ທຳ​ມະ​ຊາດ​ມະ​ຫັດສະ​ຈັນ​​ໂລກ​ອ່າວ​ຮ້າ​ລອງ, ຢ້ຽມຢາມ ​ແລະ ຄົ້ນ​ຫາ​ນະຄອນ​ຮ້າ​ລອງ ກໍ່​ຄື​ຊອກ​ຮູ້ການ​ດຳລົງ​ຊີວິດຂອງ​ປະຊາຊົນ​ໃນ​ໂອ​ກາດ​ບຸນ​ເຕັດ​ຂອງ​ຊາວ​ທ້ອງ​ຖິ່ນ.


ຂ່າວ/ບົດ​ອື່ນ