ກວາງ​ນິງ​ ສ້າງ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ ດ້ວຍ​ເນື້ອ​ທີ່ກວ່າ 18.000 ເຮັກ​ຕາ

(VOVWORLD) -   ຄະນະກຳມະການປະຊາຊົນແຂວງ ກວາງນິງ ຫາກໍອອກຂໍ້ຕົກລົງວ່າດ້ວຍການສ້າງຕັ້ງເຂດອະນຸລັກຮັກສາທະເລ ໂກໂຕ - ເກາະ ເຈິ່ນ, ເພື່ອແນໃສ່ອະນຸລັກຮັກສາລະບົບປະກາລັງ, ບັນດາປະເພດສິ່ງທີ່ມີຊີວິດຫາຍາກ ແລະ ພັດທະນາການທ່ອງທ່ຽວຊີວະພາບແບບຍືນຍົງ.
ກວາງ​ນິງ​ ສ້າງ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ ດ້ວຍ​ເນື້ອ​ທີ່ກວ່າ 18.000 ເຮັກ​ຕາ - ảnh 1ເຂດອະນຸລັກຮັກສາທະເລ ໂກໂຕ - ເກາະເຈິ່ນ ມີເນື້ອທີທັງໝົດ 18.414,92ha (ພາບ: baoquangninh.vn) 

        ໂຄງການເຂດອະນຸລັກຮັກສາທະເລ ໂກໂຕ - ເກາະ ເຈິ່ນ ມີເນື້ອທີທັງໝົດກວ່າ 18.400 ເຮັກຕາ. ນີ້ແມ່ນໂຄງການທີ່ນອນໃນຍຸດທະສາດອະນຸລັກຮັກສາຊີວະນາໆພັນແຫ່ງຊາດ, ພັດທະນາເສດຖະກິດທະເລສີຂຽວ, ສ້າງພື້ນຖານສຳຄັນເພື່ອຊຸກຍູ້ການທ່ອງທ່ຽວຊີວະພາບ, ຄົ້ນຄວ້າວິທະຍາສາດ ແລະ ພັດທະນາວິທີຫາເງິນລ້ຽງຊີບແບບຍືນຍົງໃຫ້ແກ່ຊາວທ້ອງຖິ່ນ.

        ຕາມຄະນະກຳມະການປະຊາຊົນແຂວງ ກວາງນິງ ແລ້ວ, ເຂດອະນຸລັກຮັກສາ ຈະຊ່ວຍປົກປ້ອງ, ພັດທະນາບັນດາລະບົບນິເວດທຳມະຊາດ, ໂດຍສະເພາະແມ່ນປະກາລັງ, ປ່າຊາຍເລັນ…ນອກຈາກນັ້ນແລ້ວ, ເຂດອະນຸລັກຮັກສາດັ່ງກ່າວ ຍັງຮັບໃຊ້ໃຫ້ແກ່ການຄົ້ນຄວ້າວິທະຍາສາດ, ການສຶກສາ, ການຂຸດຄົ້ນບັນດາຄຸນຄ່າບໍ່ສູນຫາຍຂອງລະບົບນິເວດທະເລ ແລະ ທັດສະນີຍະພາບຂອງເກາະ.

ຕອບກັບ

ຂ່າວ/ບົດ​ອື່ນ