ໂຮງ​ໝໍ ຫວຽດ​ນາມ - ຊູ​ແອັດ ອວງ​ບີ ຕັດ​ສິນ​ໃຈ​ກາຍ​ເປັນ​ສູນ​ການ​ບໍ​ລິ​ການ​ເຕັກ​ນິກ​ສູງ

(VOVWORLD) - ແຂວງ ກວາງນິງ ຫາກໍ່ເລີ່ມລົງມືກໍ່ສ້າງໂຄງການເປີດກວ້າງ, ຍົກລະດັບໂຮງໝໍ ຫວຽດນາມ - ຊູແອັດ ອວງບີ. ນີ້ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນສຳລັບຂະແໜງສາທາລະນະສຸກຂອງແຂວງເທົ່ານັ້ນ, ຫາກຍັງແມ່ນຄວາມຕັດສິນໃຈດ້ານການເມືອງຂອງແຂວງ ໃນການປະຕິບັດເປົ້າໝາຍນຳ ກວາງນິງ ກາຍເປັນໜຶ່ງໃນບັນດາສູນການບໍລິການເຕັກນິກສູງຂອງທັງປະເທດໃຫ້ປະກົດຜົນເປັນຈິງ, ໃນນັ້ນຂົງເຂດສາທາລະນະສຸກສວມບົດບາດເປັນພື້ນຖານ.
ໂຮງ​ໝໍ ຫວຽດ​ນາມ - ຊູ​ແອັດ  ອວງ​ບີ ຕັດ​ສິນ​ໃຈ​ກາຍ​ເປັນ​ສູນ​ການ​ບໍ​ລິ​ການ​ເຕັກ​ນິກ​ສູງ - ảnh 1ບັນດາຜູ້ແທນເຂົ້າຮ່ວມ (ພາບ: baoquangninh.vn)

        ໂຄງການມີມູນຄ່າລົງທຶນທັງໝົດເກືອບ 1.300 ຕື້ດົ່ງ ຈາກແຫຼ່ງງົບປະມານແຫ່ງລັດ, ໄລຍະເວລາປະຕິບັດ 2025 – 2029. ຈຸດສຸມຂອງໂຄງການດັ່ງກ່າວແມ່ນລົງທຶນກໍ່ສ້າງ ຕຶກອາຄານຊັ້ນສູງຮັບໃຊ້ການກວດ, ປິ່ນປົວພະຍາດ ດ້ວຍເນື້ອທີ່ທັງໝົດກວ່າ 60.000 ຕາແມັດ, ສາມາດບັນຈຸໄດ້ຕຽງນອນຄົນເຈັບປະມານ 680 ຕຽງ, ພ້ອມດ້ວຍລະບົບບັນດາພະແນກ, ຂະແໜງລົງເລິກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກວດ ແລະ ປິ່ນປົວພະຍາດທີ່ມີຄຸນນະພາບສູງໃນໄລຍະພັດທະນາໃໝ່.

ໂຮງ​ໝໍ ຫວຽດ​ນາມ - ຊູ​ແອັດ  ອວງ​ບີ ຕັດ​ສິນ​ໃຈ​ກາຍ​ເປັນ​ສູນ​ການ​ບໍ​ລິ​ການ​ເຕັກ​ນິກ​ສູງ - ảnh 2  ເມື່ອກໍ່ສ້າງສຳເລັດ, ກິດຈະກຳນີ້ຈະສ້າງບາດລ້ຽວກ່ຽວກັບຄວາມສາມາດກວດ, ປິ່ນປົວພະຍາດຂອງແຂວງໄດ້ໂດຍພື້ນຖານ (ພາບ: baoquangninh.vn)

        ເມື່ອກໍ່ສ້າງສຳເລັດ, ກິດຈະກຳນີ້ຈະສ້າງບາດລ້ຽວກ່ຽວກັບຄວາມສາມາດກວດ, ປິ່ນປົວພະຍາດຂອງແຂວງໄດ້ໂດຍພື້ນຖານ; ປະກອບສ່ວນຫຼຸດຄວາມກົດດັນໃຫ້ແກ່ບັນດາໂຮງໝໍຂັ້ນສູນກາງ; ເປີດໂອກາດເພື່ອໃຫ້ປະຊາຊົນໃນແຂວງ ແລະ ເຂດພາກໄດ້ເຂົ້າເຖິງບັນດາການບໍລິການສາທາລະນະສຸກເຕັກນິກສູງຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ