ກວາງນິງ ໄຂ Canaval ຫ້າລອງປີ 2014

ກວາງນິງ ໄຂ Canaval ຫ້າລອງປີ 2014 - ảnh 1
ໄຂ Canaval ຫ້າ​ລອງ​ປີ 2014
(ພາບ: vietnamplus.vn)


(vovworld) - ​​ດ້ວຍ​ຫົວ​ຂໍ້​ວ່າ “ກວາງ​ນິງ - ​ເຕົ້າ​ໂຮມ ​ແລະ ​ແຜ່​ລາມ”, Canaval ຫ້າ​ລອງ​ປີ 2014 ຖືກ​ຈັ້ນ​ຂຶ້ນ​ໃນ​ຕອນ​ຄໍ່​າວັນ​ທີ 30/04, ຢູ່​ນະຄອນ​ຫ້າ​ລອງ ​ໃນ​ບັນຍາ​ກາດ​ທີ່ຟົດ​ຟື້ນມີ​ສີສັນ​ຫຼາກ​ຫຼາຍ. ​ເຂົ້າ​ຮ່ວມ​ພິທີ​ໄຂ, ມີ​ທ່ານ​ນາງ ຮ່າ​ທິຄ໋ຽດ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງພັກ. ມີປະຊາຊົນ​ທ້ອງ​ຖິ່ນ ​ແລະ ​ແຂກ​ທ່ອ​ງທ່ຽນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມງານ​ບຸນ.

        ​ເປີດ​ສາກ​ລາຍການ​ແມ່ນພິທີ​ໄຂ Canaval ​ແລະ ​ການສະ​ແດງສິລະ​ປະ​ບົນ​ເວທີ ດ້ວຍ​ຫົວ​ຂໍ້ “ຄວາມ​ປະ​ທັບ​ໃຈ ຫ້າ​ລອງ”. ນີ້​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ຮ້ອງ​ຊາວ​ກວາງ​ນິງ, ພ້ອມ​ກັບ​ນັກ​ຟ້ອນ, ນາງ​ແບບ ​ແລະ ການ​ສົມທົບ​ກັນ​ສະ​ແດງ​ຂອງ​ບັນດາ​ນັກ​ສິລະ​ປິນທີ່ມາ​ຈາກຈີນ, ລາວ, ​ໄທ ​ເກືອບ 300 ຄົນ. ຕໍ່​ຈາກ​ນັ້ນ​ແມ່ນ​ການສະ​ແດງ​ດ້ວຍ​ຫົວ​ຂໍ້ “​ເຕົ້າ​ໂຮມ​ສີສັນ - ​ແຜ່​ລາມ​ຜົນ​ປະ​ໂຫຍ​ດ” ຂອງ 28 ກຸ່ມ, ສະ​ແດງດ້ວຍ​ນັກສະ​ແດງມາ​ຈາກ​ບັນດາ​ທ້ອງ​ຖິ່ນ​ພາຍ​ໃນ​ແຂວງ​ກວ່າ 3.800 ຄົນ. ​ແຕ່​ລະ​ຫົວ​ຂໍ້​ລ້ວນ​ແຕ່​ຕິດ​ພັນ​ກັບ​ສູນ​ທ່ອງ​ທ່ຽວ, ສະຖານ​ທີ່​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ, ພິ​ເສດ​ແມ່ນ​ສູນ​ທ່ອງ​ທ່ຽວ​ຫ້າ​ລອງ, ອຽນ​ຕື, ​ເວີນ​ດົນ, ມ໋ອງກ໋າຍ. ​ໃນ​ແຕ່​ລະ​ພາກສ່ວນ​ສະ​ແດງ​ລ້ວນ​​ແຕ່​ມີ​ຈຸດ​ໃໝ່​ສະ​​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດ, ວັດທະນະທຳ​ຂອງ​ແຕ່ລະ​ເຂດ, ພາກ, ຊົນ​ເຜົ່າ. ທ່ານ​ນາງ ຫວູທິທູ​ທຸຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ນິງ ​ໃຫ້​ຮູ້​ວ່າ.

        “Canaval ຫ້າ​ລອງ​ປີ 2014 ​ແມ່ນ​ເພື່ອ​ໂຄສະນາ, ຮັບຕ້ອນ​ເພື່ອນ​ມິດ, ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ມາກ​ວາງ​ນິງ ​ເພື່ອ​ຮັບ​ຊົມ, ຄົ້ນ​ຫາ​ຄຸນຄ່າ​ຂອງ​ມໍລະດົກ​ທຳ​ມະ​ຊາດມະຫັດສະຈັນໂລກ ອ່າວ​ຫ້າ​ລອງ. ດ້ວຍ​ເຂດ​ປູ​ຊະນີ​ຍະສະ​ຖານ​ວັດທະນະທຳ ​ແລະ ປູຊະນີຍະສະຖານ​ດີ​ເດັ່ນ​ຢູ່​ບັນດາ​ເຂດ​ພາຍ​ໃນ​ແຂວງ​ກວ່າ 500 ​ແຫ່ງ. ​ແນ່ນອນ​ວ່າ, Canaval ຫ້າ​ລອງ​ປີ 2014 ຈະ​ນຳມາ​ເຊິ່ງຄວາມ​ປະ​ທັບ​ໃຈ​ທີ່​ບໍ່​ອາດຫຼົງລືມກ່ຽວ​ກັບ​ແຂວງ​ກວາງ​ນິງ ​ແລະ ພາບ​ພົດ​ປະ​ເທດ​ຫວຽດນາມ​ໄດ້”.

ຂ່າວ/ບົດ​ອື່ນ