ກ໋ວາງບີ່ງ ແມ່ນຈຸດນັດພົບດູດດື່ມຢູ່ ຫວຽດນາມ

(VOVWORLD) -ປີ 2017 ແມ່ນປີທຳອິດ ທີ່ແຂວງ ກ໋ວາງບີ່ງ ຕ້ອນຮັບແຂກສາກົນໄດ້ 100.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 120% ເມືຶ່ອທຽບໃສ່ປີກາຍ
 
ກ໋ວາງບີ່ງ ແມ່ນຈຸດນັດພົບດູດດື່ມຢູ່ ຫວຽດນາມ - ảnh 1ຖ້ຳແຫ່ງໜຶ່ງຢູ່ ກ໋ວາງບີ່ງ

 

ເວັບໄຊກ່ຽວກັບການທ່ອງທ່ຽວໃຫຍ່ສຸດໃນໂລກ Trip Advisor ຫາກໍ່ປະກາດບັນຊີລາຍຊື່ 10 ສະຖານທີ່ທ່ອງທ່ຽວດູດດື່ມທີ່ສຸດ ຢູ່ ຫວຽດນາມ ໂດຍນັກທ່ອງທ່ຽວເລືອກເຟັ້ນ, ໃນນັ້ນ, ກ໋ວາງບີ່ງ ຢືນອັນດັບທີ 4 ຖັດຈາກ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ໂຫ້ຍອານ. ໃນການຄັດເລືອກຄັ້ງນີ້, ແຂວງ ກ໋ວາງບີ່ງ ໄດ້ລື່ນກາຍບັນດາສະຖານທີ່ພົ້ນເດັ່ນຄື: ດ່ານັ້ງ, ເຫ້ວ, ຊາປາ, ຍາຈາງ. ທ່ານ ດັ້ງດົງຮ່າ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ນີ້ໃຫ້ຮູ້ວ່າ: ປີ 2017 ແມ່ນປີທຳອິດ ທີ່ແຂວງ ກ໋ວາງບີ່ງ ຕ້ອນຮັບແຂກສາກົນໄດ້ 100.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 120% ເມືຶ່ອທຽບໃສ່ປີກາຍ:

        “ຍົກສູງຄຸນນະພາບການບໍລິການ, ບັນດາຜະລິດຕະພັນການທ່ອງທ່ຽວໃໝ່, ເພີ່ມທະວີວຽກງານສົ່ງເສີມໂຄສະນາກ່ຽວກັບການທ່ອງທ່ຽວ ກ໋ວາງບີ່ງ ດ້ວຍຫຼາຍຮູບຫຼາຍແບບ, ຈັດຕັ້ງຫຼາຍເຫດການ, ຈັດຕັ້ງງານບຸນຖ້ຳ ກວາງບີ່ງປີ 2017, ຈັດຕັ້ງເຫດການປະກວດນາງງາມສັນຕິພາບໂລກ. ບັນດາເຫດການນີ້ໄດ້ສ້າງຄວາມດຶງດູດສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ