ກອງ​ທຶນ Temasek ໜູນ​ຊ່ວຍ​ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ວັນທີ 16 ກັນຍາ, ກອງທຶນ Temasek (ສິງກະໂປ) ໄດ້ມອບເຄື່ອງຊ່ວຍຫາຍໃຈ 16 ເຄື່ອງ ພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ເພື່ອແນໃສ່ຊ່ວຍເຫຼືອ ຫວຽດນາມ ໃນການຕ້ານໂລະລະບາດໂຄວິດ - 19.
ກອງ​ທຶນ Temasek ໜູນ​ຊ່ວຍ​ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພິທີມອບຮັບເຄື່ອງຊ່ວຍເຫຼືອຈາກກອງທຶນ Temasek  ຖືກຈັດຂຶ້ນຢູ່ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ (ພາບ: TTXVN)

ພິທີມອບຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຖືກຈັດຂຶ້ນຢູ່ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ດ້ວຍມີການເຂົ້າຮ່ວມຂອງທ່ານ Benedict Cheong, ຜູ້ອຳນວຍການຝ່າຍບໍລິຫານ ກອງທຶນ Temasek ແລະ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟຶອກຢຸງ. ຈຳນວນເຄື່ອງຊ່ວຍເຫຼືອດັ່ງກ່າວ ຈະໄດ້ສົ່ງກັບເມືອປະເທດໂດຍໄວ ເພື່ອຮັບໃຊ້ຄວາມຕ້ອງການຕ້ານໂລກລະບາດຢູ່ ຫວຽດນາມ.

        ກ່ອນໜ້ານັ້ນ, ປີ 2020, ກອງທຶນ Temasek ກໍໄດ້ຊ່ວຍເຫຼືອເຄື່ອງຊ່ວຍຫາຍໃຈ ຈຳນວນ 10 ເຄື່ອງໃຫ້ແກ່ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ