ກອງທັບ ສ.ເກົາຫຼີ - ອາເມລິກາ ຈັດກອງປະຊຸມດ່ວນກ່ຽວກັບການຊ້ອມຮົບທະຫານປະສົມ

(VOVWORLD) - ວັນທີ 08 ກໍລະກົດ, ສຳນັກຂ່າວສານ KBS ໃຫ້ຮູ້ວ່າ: ທ່ານ Jeong Kyeong-doo ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລະ ທ່ານ Robert Abrams ຜູ້ບັນຊາທະຫານປະສົມ ສ.ເກົາຫຼີ - ອາເມລິກາ ໄດ້ຈັດກອງປະຊຸມດ່ວນຢູ່ສຳນັກງານກະຊວງປ້ອງກັນປະເທດ ຢູ່ນະຄອນຫລວງ ເຊີອູນ, ສ.ເກົາຫຼີ ໃນວັນທີ 07 ກໍລະກົດ. 
ກອງທັບ ສ.ເກົາຫຼີ - ອາເມລິກາ ຈັດກອງປະຊຸມດ່ວນກ່ຽວກັບການຊ້ອມຮົບທະຫານປະສົມ - ảnh 1 (ພາບປະກອບ / Military Times)

ເນື້ອໃນຂອງກອງປະຊຸມບໍ່ໄດ້ເປີດເຜີຍ, ແຕ່ເຈົ້າໜ້າທີ່ 2 ຝ່າຍອາດຈະແລກປ່ຽນກ່ຽວກັບເລື່ອງ ຈະຈັດການຊ້ອມຮົບທະຫານປະສົມຕາມແຜນການໃນເດືອນ ສິງຫາ ຈະມາເຖິງຫຼືບໍ່.

        ທະຫານປະສົມ ສ.ເກົາຫຼີ - ອາເມລິກາ ພວມປຶກສາຫາລືວິທີການຊ້ອມຮົບໃຫ້ແກ່ກອງບັນຊາທະຫານປະສົມໃນໄລຍະເຄິ່ງທ້າຍປີ ໃນກາງເດືອນ ສິງຫາ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນ 2 ຝ່າຍຍັງບໍ່ທັນຕົກລົງກ່ຽວກັບເລື່ອງຮັດແຄບຂອບຂະໜາດການຊ້ອມຮົບໂຈະ ຫຼື ເລື່ອນແຜນການຊ້ອມຮົບຫຼືບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ