ກອງທັບເຮືອ ລັດເຊຍ ຈັດການຊ້ອມຮົບຢູ່ທະເລດຳ

(VOVWORLD) -  ວັນທີ 29 ກໍລະກົດ, ກະຊວງປ້ອງກັນປະເທດ ລັດເຊຍ ປະກາດວ່າ ກຳລັງກອງທັບເຮືອ ແລະ ກ່ຳປັ່ນສູ້ຮົບຂອງປະເທດນີ້ ໄດ້ເລີ່ມຕົ້ນການຊ້ອມຮົບຂະໜາດໃຫຍ່ຢູ່ທະເລດຳ.
ກອງທັບເຮືອ ລັດເຊຍ ຈັດການຊ້ອມຮົບຢູ່ທະເລດຳ - ảnh 1 ກອງທັບເຮືອ ລັດເຊຍ ຈັດການຊ້ອມຮົບຢູ່ທະເລດຳ

        ເຂົ້າຮ່ວມການຊ້ອມຮົບມີບັນດາເຮືອບິນເຮລີກອັບແຕ, ເຮືອບິນສູ້ຮົບ ແລະ ກ່ຳປັ່ນສູ້ຮົບກ່ວາ 20 ລຳຂອງກອງເຮືອຮົບທະເລດຳ ລັດເຊຍ, ໃນນັ້ນ ມີບັນດາກ່ຳປັ່ນຂັບໄລ່, ກ່ຳປັ່ນລູກສອນໄຟ, ກ່ຳປັ່ນເດີ່ນບິນ. ການຊ້ອມຮົບ ຈະສຸມໃສ່ເນື້ອໃນການສູ້ຮົບຂອງກອງທັບເຮືອ, ການປ້ອງກັນ, ຕ້ານເຮືອບິນ ແລະ ຕ້ານການທຳລາຍຢູ່ທະເລ.

        ກອງທັບເຮືອ ລັດເຊຍ ໄດ້ດຳເນີນການຊ້ອມຮົບ ພາຍຫລັງການຊ້ອມຮົບຮ່ວມປະຈຳປີຂອງກອງທັບເຮືອທີ່ມີຊື່ວ່າ Sea Breeze 2020 ຢູ່ທະເລດຳ ໂດຍ ຢູແກຼນ ແລະ ອາເມລິກາ ຮ່ວມກັນຈັດຕັ້ງ ແລະ ສິ້ນສຸດລົງໃນວັນທີ 27 ກໍລະກົດ. ເຂົ້າຮ່ວມການຊ້ອມຮົບ Sea Breeze 2020 ທີ່ແກ່ຍາວເປັນເວລາ 1 ອາທິດນັ້ນ ມີທະຫານປະມານ 2.000 ຄົນ ພ້ອມກັບກ່ຳປັ່ນສູ້ຮົບ ແລະ ເຮືອບິນກ່ວາ 20 ລຳຂອງ 8 ປະເທດ ລວມມີ: ຢູແກຼນ, ອາເມລິກາ, ບຸນກາຣີ, ຈໍເຈຍ, ແອັດສະປາຍ, ນອກແວ, ຣູມາເນຍ ແລະ ຕວັກກີ. ການຊ້ອມຮົບປະຈຳປີ Sea Breeze ໄດ້ຈັດຕັ້ງຂຶ້ນນັບແຕ່ປີ 1997 ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ