ກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການຊ້ອມຮົບ MILAN 2022 ຢູ່ ອິນເດຍ

(VOVWORLD) -ຄາດວ່າຈະມີປະມານ 35 ປະເທດຈັດສົ່ງກ່ຳປັ່ນກອງທັບເຮືອເຂົ້າຮ່ວມການຊ້ອມຮົບ MILAN 2022
ກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການຊ້ອມຮົບ MILAN 2022 ຢູ່ ອິນເດຍ - ảnh 1(ກ່ຳປັ່ນປ້ອງກັນຕິດລູກສອນໄຟ 016 - ກວາງຈຸງ)

ວັນທີ 25 ກຸມພາ, ກອງທັບເຮືອ ອິນເດຍ ໄດ້ໄຂການຊ້ອມຮົບ MILAN 2022, ການຊ້ອມຮົບຫຼາຍຝ່າຍປະຕິບັດຢູ່ເຂດທະເລໃຫຍ່ກວ່າໝູ່ໃນປີຢູ່ພາກພື້ນອາຊີ - ປາຊີຟິກ. ໂດຍໄດ້ຮັບຄຳເຊື້ອເຊີນຈາກຝ່າຍ ອິນເດຍ, ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ຈັດສົ່ງກ່ຳປັ່ນປ້ອງກັນຕິດລູກສອນໄຟ 016 - ກວາງຈຸງ ເຂົ້າຮ່ວມເຫດການນີ້.

        ການຊ້ອມຮົບໄດ້ດຳເນີນຢູ່ນະຄອນທ່າກ່ຳປັ່ນ Visakhapatnam, ລັດ Andhra Pradesh, ທາງທິດຕາເວັນອອກ ອິນເດຍ. ຄາດວ່າຈະມີປະມານ 35 ປະເທດຈັດສົ່ງກ່ຳປັ່ນກອງທັບເຮືອເຂົ້າຮ່ວມການຊ້ອມຮົບ MILAN 2022, ຕາມຄຳເຊື້ອເຊີນຂອງກອງທັບເຮືອ ອິນເດຍ; ໃນນັ້ນມີຜູ້ຕາງໜ້າຂອງບັນດາປະເທດ ມະຫາອຳນາດຄື: ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ອົດສະຕາລີ, ອັງກິດ…

ກອງທັບເຮືອບັນດາປະເທດ ອາຊຽນ ກໍ່ໄດ້ຮັບຄຳເຊື້ອເຊີນ. ການຊ້ອມຮົບດັ່ງກ່າວ ຈະດຳເນີນເປັນ 2 ໄລຍະ, ໄລຍະໜຶ່ງແມ່ນຢູ່ທ່າກ່ຳປັ່ນໃນລະຫວ່າງວັນທີ 2-28 ກຸມພາ ແລະ ໄລຍະສອງແມ່ນຢູ່ທະເລ ໃນລະຫວ່າງວັນທີ 01 – 03 ມີນາ, ການເຄື່ອນໄຫວດັ່ງກ່າວເພື່ອແນໃສ່ຊຸກຍູ້ໜ້າທີ່ຄວາມຮັບຜິດຊອບລວມໝູ່ກ່ຽວກັບການຮັບປະກັນຄວາມໝັ້ນຄົງທາງທະເລ ໃນການຮັບປະກັນ ເຂດທະເລໃຫ້ມີຄວາມປອດໄພ ແລະສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ