ກອງປະຊຸມ ຜັນຂະຫຍາຍວຽກງານປີ 2012 ຂອງ ກະຊວງພາຍໃນ

ກອງປະຊຸມ ຜັນຂະຫຍາຍວຽກງານປີ 2012 ຂອງ ກະຊວງພາຍໃນ - ảnh 1
( ພາບ : http://baodientu.chinhphu.vn )
ຕອນ​ເຊົ້າ​ວັນ​ທີ 14 ມັງກອນ ຢູ່ ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ​ ຫວຽດນາມ ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ປີ 2012 ​ແລະ ​ໂຄງ​ການ​ສັງ​ລວມປະຕິ​ຮູບ​ດ້ານ​ບໍລິຫານ​ໄລຍະ 2011 - 2020. ​ໃນ​ປີ 2011, ຂະ​ແໜງ​ວຽກ​ງານພາຍ​ໃນ​ໄດ້​ຜັນ​ຂະຫຍາຍ​ວຽກ​ງານ​ເລືອກ​ຕັ້ງ ສສຊ ຊຸດ​ທີ 13 ​ແລະ ສະມາຊິກສະພາ​ປະຊາຊົນ​​ຂັ້ນ​ຕ່າງໆອາຍຸ​ການ 2011 - 2016, ​ເປັນ​ເສນາ​ທິການ​ໃຫ້​ແກ່​ລັດຖະບານ​​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບ​ຮ້ອງ​ເອົາ​ແຜນ​ຮ່າງ​​ສ້າງໂຄງ​ປະກອບ​ການຈັດ​ຕັ້ງ​ລັດຖະບານ​ຊຸດ​ທີ 13 ​ເປັນ​ຢ່າງ​ດີ, ສະຫຼຸບ 10 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ​ສັງ​ລວມການ​ປະຕິ​ຮູບ​ດ້ານ​ບໍລິຫານ​ແຫ່ງ​ລັດ​ໄລຍະ 2001 - 2010 ​ແລະ ​ເປັນ​ເສນາ​ທິການ​ໃຫ້​ແກ່​ລັດຖະບານ​ປະກາດ​ໂຄງການ​ສັງ​ລວມປະຕິ​ຮູບ​ດ້ານ​ບໍລິຫານ​ໄລຍະ 2011 - 2020, ສ້າງສຳ​ເລັດ​ບັນດາ​ເອກະສານ​ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​ພະນັກງານ, ລັດຖະກອນ ​ແລະ ອື່ນໆ​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເນັ້ນ​ໜັກ​ວ່າ, ຂະ​ແໜງວຽກ​ງານ​ພາຍ​ໃນ​ຄວນ​ສຸມ​ໃສ່​ຊີ້​ນຳ​ແກ້​ໄຂ​ຢ່າງ​ຂ້ຽວຂາດ, ປະຕິບັດ​ໂຄງການ​ປະ​ຕິ​ຮູບ​ສັງ​ລວມ, ປະຕິ​ຮູບ​ດ້ານ​ບໍລິຫານ​​ໄລຍະ 2011 - 2020. ນີ້​ໄດ​້ຮັບ​ຖື​ວ່າ​ແມ່ນ 1 ​ໃນ 3 ຂອດ​ບຸກທະລຸ​ເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​​ໄດ້ກຳນົດ, ສະ​ນັ້ນ​ຕ້ອງ​ສຸ​ມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງຄ້າງ​ຄາ, ກໍ່ສ້າງ​ກົງຈັກ​ບໍລິຫານທະລຸ​ລົງ​ຈາກສູນ​ກາງ​ລົງ​ຮອດ​ຂັ້ນ​ຮາກຖານ, ​ເພື່ອ​ຕອນ​ສະ​ເໜອງ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​.
ຂ່າວ/ບົດ​ອື່ນ