ກອງປະຊຸມAEM47ປັບປຸງບັນດາມາດຕະການຫັນປະຊາຄົມເສດຖະກິດອາຊຽນໃຫ້ປະກົດຜົນເປັນຈິງ

ກອງປະຊຸມAEM47ປັບປຸງບັນດາມາດຕະການຫັນປະຊາຄົມເສດຖະກິດອາຊຽນໃຫ້ປະກົດຜົນເປັນຈິງ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ສາກົນ ​ແລະ ອຸດສາຫະກຳ
 ມາ​ເລ​ເຊຍ Mustapa Mohamed ຈັດ​ຕັ້ງ​ການປະຊຸມ​ຂ່າວ​
(ພາບ: xaluan.com)

(vovworld) – ​ ວັນ​ທີ 20/8, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ສາກົນ ​ແລະ ອຸດສາຫະກຳ ມາ​ເລ​ເຊຍ (MITI) Mustapa Mohamed ຈັດ​ຕັ້ງ​ການປະຊຸມ​ຂ່າວ​ຢູ່​ສູນ​ກອງ​ປະຊຸມ ກົວ​ລາ​ລຳ​ເປີ (KLCC) ກ່ຽວ​ກັບ​ກອງ​ປະຊຸມ​ລັດຖະມົນ​ຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 47 (AEM 47) ​ແລະ ກອງ​ປະຊຸມ​ຕ່າງໆ​ທີ່​ກ່ຽວຂ້ອງ. ທ່ານ​ລັດຖະມົນຕີ Mustapa ​ໃຫ​້ຮູ້​ວ່າ: AEM 47 ຈະ​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 22/8 ຢູ່ KLCC. ນີ້​ແມ່ນ​ກອງ​ປະຊຸມ​ສຸດ​ທ້າຍ​​ສຳຄັນທີ່​ສຸດ​ຂອງ​ບັນດາ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ, ກ່ອນ​ທີ່​ຈັດກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ​ໃນ​ເດືອນ 11 ຈະ​ມາ​ເຖິງ ​ແລະ ກ່ອນ​ທີ່​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ​ໃນ​ທ້າຍ​ປີ​ນີ້​ຢ່າງ​ເປັນ​ທາງ​ການ. ກອງ​ປະຊຸມ​ຈະ​ປຶກສາ​ຫາລື​ການ​ປະຕິບັດ​ບັນດາ​ມາດ​ຕະການ​ຂອງ AEC, ພິ​ເສດ​ແມ່ນ​ເລື່ອງ​ສຳ​ເລັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່ໄດ້​ຕົກລົງ​ໃນ​ແຜ​ນການ​ສັງ​ລວມ​ສ້າງ​ຕັ້ງ AEC 2015; ກວດກາ​ຄືນການ​ສ້າງ​ວິ​​ໄສ​ທັດ​ເສດຖະກິດພາຍ​ຫລັງປີ 2015 ​ແລະ ​ແຜນການ​ດຳ​ເນີນ​ງານ​ຍຸດ​ທະ​ສາດ​ໃນ 10 ປີ​ຕໍ່​ໄປ; ສ້າງ​ແຜນສັງ​ລວມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ໄລຍະ 2016 – 2025.

        ​ໃນ​ລະຫວ່າງ​ວັນ​ທີ 23 – 25/8 ຈະ​ດຳ​ເນີນ​ກອງ​ປະຊຸມ​ທາ​ບທາ​ບຂອງ​ບັນດາ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ກັບ​ບັນດາຄູ່​ຮ່ວມ​ມື​ເຈລະຈາ​ຂອງ ອາ​ຊຽນ ລວມມີ​ບັນດາ​ລັດຖະມົນຕີ​ເສດຖະກິດ ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອົດສຕາ​ລີ, ນິວຊີ​ແລນ, ອິນ​ເດຍ, ກາ​ນາ​ດາ, ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. ນອກຈາກ​ນັ້ນ, ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ອາ​ຊຽນ - ສະຫະພັນ ​ເອີຣົບ (ອີ​ຢູ) ​ແລະ ​ເວທີ​ປາ​ໄສ​ການ​ລົງທຶນ ອາຊີ​ຕາ​ເວັນ​ອອກ ກໍ​ໄດ້​ຈັດ​ຕັ້ງ​ໃນ​ລະ​ຫວ່າງ​ວັນ​ທີ 23 – 24/8. ບັນດາ​ກອງ​ປະຊຸມ​ນີ້​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການຮ່ວມ​ສຳພັນ​ເສດຖະກິດ​ກັບບັນດາ​ຄູ່​ຮ່ວມ​ມື​ເຈລະຈາ​ຂອງ ອາ​ຊຽນ.

ຂ່າວ/ບົດ​ອື່ນ