ກອງປະຊຸມກ່ຽວກັບການ ເພີ່ມທະວີການ ຮັບປະກັນຄວາມປອດໄພ ທາງຄົມມະນາຄົມ

ກອງປະຊຸມກ່ຽວກັບການ ເພີ່ມທະວີການ ຮັບປະກັນຄວາມປອດໄພ ທາງຄົມມະນາຄົມ - ảnh 1

(ພາບປະກອບ)

(vovworld)-  ​ຕອນ​ເຊົ້າວັນ​ທີ 6/7 ຢູ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ກັບ​ການ​ນຳ​ຄະນະ​ກຳມະການ ປຊຊ ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ຜັນ​ຂະຫຍາຍ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ສະກັດ​ກັ້ນອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ​ທາງບົກ​ໃນ​ໄລຍະ​ຈະ​ມາ​ເຖິງ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ຊີ້​ແຈງ​ວ່າ:

  “ຈາກ​ຕຳຫລວດ​ຈໍລະ​ຈອນ, ກະຊວງ​ຕຳຫລວດ ຕະຫລອດ​ຮອດຄະນະ​ກຳມະການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດ ຕ້ອງ​ກຳນົດ​ຈະ​ແຈ້ງ​ບົດບາດ ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ແລະ ພິ​ເສດ​ຕ້ອງປັບ​ໄໝຫົວໜ້າ​ຄະນະຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມຢູ່​ບັນດາ​ທ້ອງ​ຖິ່ນ​ເກີດ​ອຸ​ບັດ​ຕິ​ເຫດ​ທາງ​ຄົມມະ ນາຄົມ​ຢ່າງ​ລຽນຕິດ​ຢ່າງ​ເຂັ້ມງວດ ​ແລະ ຕ້ອງ​ມີ​ມາດ​ຕະການ​ແກ້​ໄຂ. ທີ​ສອງ​ແມ່ນ​ພວກ​ເຮົາ​ຕ້ອງ​ປິດ​ປະຕູ​ທຸກໆ​ຮາກ​ຖານ​ບຳລຸງ​ສ້າງ, ອອກໃບ​ຂັບ​ຂີ່, ສູນ​​ກວດກາ​ລົດ​ໂອ​ໂຕ​ທີ່ລະ​ເມີດ, ຕ້ອງ​ປັບ​ໄໝຜູ້​ຂັບ​ລົດ ​ແລະ ວິ​ສາ​ຫະກິດ​ມີ​ລົດ ​ເພື່ອຮັບປະກັນ​ລັກສະນະ​ເຂັ້ມງວດ​ຂອງ​ກົດໝາຍ”.

 

      

 

 

ຂ່າວ/ບົດ​ອື່ນ