ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ລ້ຽງ​ມ້ອນ​ແບບ​ຍືນ​ຍົງ

(VOVWORLD) -ວັນທີ 6 ມີນາ, ຢູ່ນະຄອນດ່າລາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເລິມດົ່ງ, ຈັດຕັ້ງກອງປະຊຸມພັດທະນາການລ້ຽງມ້ອນແບບຍືນຍົງ.
ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ລ້ຽງ​ມ້ອນ​ແບບ​ຍືນ​ຍົງ - ảnh 1 ທ່ານ ຟຸ່ງດຶກຕ໊ຽນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: ໜັງສືພິມດ່າລາດ) 

ປັດຈຸບັນ, ປະລິມານ  ຜ້າໄໝຂອງ ຫວຽດນາມ ຢືນຢູ່ອັນດັບທີ 5 ຂອງ ໂລກ, ຖັດຈາກ ຈີນ, ອິນເດຍ, ອຸດເບກິດສະຖານ ແລະ ໄທ. ເຖິງຢ່າງໃດກໍ່ຕາມ, ແຕ່ລະປີ ຫວຽດນາມຍັງຕ້ອງນຳເຂົ້າໃຍໄໝຫຼາຍພັນໂຕນຈາກຈີນ, ບຣາຊິນ ເພື່ອ ຜະລິດສົ່ງອອກ. ມ້ອນພັນປະສົມຍັງຕ້ອງໄດ້ນຳເຂົ້າຈາກຈີນ ປະມານ 90%. ນີ້ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງສຳລັບຂະແໜງປູກມອນລ້ຽງມ້ອນ ຫວຽດນາມໃນປັດຈຸບັນ.

ທ່ານ ຟຸ່ງດຶກຕ໊ຽນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ບໍ່ພຽງແຕ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບມ້ອນພັນປະສົມເທົ່ານັ້ນ, ປັດຈຸບັນ ຂະແໜງ ປູກມອນລ້ຽງມ້ອນຂອງປະເທດເຮົາຍັງຄົງປະສົບກັບຂໍ້ຄົງຄ້າງຫຼາຍຢ່າງໃນການຄຸ້ມຄອງລັດ, ຮ່ວມມືສາກົນ, ຮ່ວມສຳພັນລະບົບ, ເຕັກໂນໂລຢີການປຸງແຕ່ງ ແລະ ກັກກັນພະຍາດອີກດ້ວຍ. ທ່ານກ່າວວ່າ:

        ໂຕມ້ອນໄດ້ລະບຸໃນກົດໝາຍວ່າດ້ວຍການລ້ຽງສັດ ແລະ ໃນຍຸດທະສາດລ້ຽງສັດແລ້ວ, ຈາກການກຳນົດທິດຂອງຍຸດທະສາດນັ້ນ, ໃນໄລຍະຈະມາເຖິງ ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດຈະມີໂຄງການສັງລວມກ່ຽວກັບການພັດທະນາ ການປູກມອນລ້ຽງມ້ອນ ໃນຕໍ່ໜ້າ ແລະ ໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ