ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 19 ສິ້ນສຸດລົງຢ່າງຈົບງາມ

ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 19 ສິ້ນສຸດລົງຢ່າງຈົບງາມ  - ảnh 1
ການ​ປະຊຸມ​ຂ່າວ​ພາຍຫຼັງ​ພິທີ​ອັດ​ກອງ​ປະຊຸມ AEM 19

(vovworld) - ​​ ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 19 (ຫຼື AEM Retreat 19) ​ແລະ ບັນດາກ​ອງປະຊຸມ​ທີ່​ກ່ຽວຂ້ອງ​ຖືກ​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 9/3 ຢ່າງ​ເປັນ​ທາງ​ການ, ຢູ່​ຮ່າ​ໂນ້ຍ. ​ໃນ​ກອງ​ປະຊຸມ​ຄັ້ງນີ້, ບັນດາ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ບັນດາ​ການ​ກຳນົດ​ທິດ​ພື້ນຖານ ​ແລະ ບຸລິມະສິດ​ຂອງ​ການ​ເຊື່ອມ​ໂຍງ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2013, ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (ຫຼື AEC) ​ໃນ​ປີ 2015, ສົ່ງ​ເສີມການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໃນ​ບັນດາ​ຂົງ​ເຂດ​​ຄ້າ​ຂາຍສິນຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ. ບັນດາ​ລັດຖະມົນຕີ​ກໍ່​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ກໍ່ສ້າງ​ປະຊາ​ຄົມ​ຜ່ານ​ການ​ເພີ່ມ​ທະວີ​ເຊື່ອມ​ຕໍ່​ມະນຸດ, ​ເຊື່ອມ​ຕໍ່​ລະບອບ​ບັນ​ຍັດ ດ້ວຍ​ຫຼາຍ​ຂໍ້​ລິ​ເລີ່​ມ​ໄດ້​ສະ​ເໜີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ພິທີ​ອັດ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ ​ໃຫ​້ຮູ້​ວ່າ:

        “ພາຍຫຼັງການ​ເສີມ​ຂະຫຍາຍ​ກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ ອາຊຽນມາ​ເປັນ​ເວລາ 4 ປີ, ພວກ​ຂ້າພະ​ເຈົ້າ​ບັນລຸ​ໄດ້​ບັນດາ​ໝາກຜົນ​ແທດ​ຈິງ. ພວກ​ເຮົາ​ຄວນ​ກຳນົດ​ຂອບ​ເຂດ​ການ​ເຄື່ອ​ນ​ໄຫວ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ບັນດາ​ຄາດໝາຍ​ທີ່​ວາງ​ອອກ​ແຕ່​ນີ້​ຮອດ​ປີ 2015. ອາ​ຊຽນ ກໍ່​ມຸ້ງ​ໄປ​ເຖິງ​​ການແກ້ໄຂ​ບັນຫາ​ຊ່ອງ​ຫວ່າງ​ພັດທະນາ​ລະ​ຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ​​ເຊິ່ງ​ໄດ້ສວມ​ບົດບາດ​ສຳຄັນ​ເພື່ອ​ຮັບປະກັນ​ໃຫ້ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ສ້າງ​ປະຊາ​ຄົມ​ລວມ ອາ​ຊຽນ”


ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 19 ສິ້ນສຸດລົງຢ່າງຈົບງາມ  - ảnh 2
ທ່ານ Karel De Gucht, ຂ້າ​ຫຼວງ​ໃຫຍ່​ການ​ຄ້າ ອີ​ຢູ

ທີ່​ການ​ປະຊຸມ​ຂ່າວ, ທ່ານ Karel De Gucht, ຂ້າ​ຫຼວງ​ໃຫຍ່​ການ​ຄ້າ ອີ​ຢູ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນສຳ​ເລັດ​ຂອງ AEM 19 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ​ແລະ ​ເນັ້ນ​ໜັກ​ວ່າ​ນີ້​​ແມ່ນ​ເນື້ອ​ໃນ​ສຳຄັນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ລົງທຶນ​ທີ່ສະດວກ​ສະບາຍ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ອີ​ຢູ ​ແລະ ອາ​ຊຽນ ​ໃຫ້​ດີກ່ວາ​ອີກ:

        ຜ່ານໝາກຜົນ​ຂອງ​ກອງ​ປະຊຸມ, ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ເລື່ອງ​ຊຸກຍູ້​ການ​ເຊື່ອມ​ໂຍງ​ລະຫວ່າງ ອີ​ຢູ ​ແລະ ອາ​ຊຽນ. ອີ​ຢູ ພວມ​ແມ່ນ​ຕະຫຼາດ​ສົ່ງ​ອ​ອກໃຫຍ່​ຂອງ ອາ​ຊຽນ, ​ໃນ​ຂະນະ​ທີ່ ອາ​ຊຽນ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 5 ຂອງ ອີ​ຢູ. ​ເດືອນ 12 ປີ​ກາຍ, ພວກ​ຂ້າພະ​ເຈົ້າ​ໄດ້​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (ຫຼື FTA) ກັບ ສິ່ງ​ກາ​ໂປ, ພ້ອມ​ກັນ​ນັ້ນ​ແມ່ນ ​ການເຈລະຈາ FTA  ກັບ​ມາ​ເລ​ເຊຍ ​ແລະ ຫວຽດນາມ. ພວກ​ຂ້າພະ​ເຈົ້າກໍ່​ເລີ່​ມດຳ​ເນີນການ​ເຈລະຈາ​ກັບ​ໄທ. ອີ​ຢູ ​ເອົາ​ໃຈ​ໃສ່​ເຖິງ ອາ​ຊຽນ ຍ້ອນ​ວ່າ​ປະຈຸ​ບັນ, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ພາກພື້ນພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ”

        ດ້ວຍ​ບົດບາດ​ແມ່ນ​ຄະນະ​ຈັດ​ຕັ້ງ AEM 19 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ຫວູຮູ​ຍຮ່ວາງ ​ໃຫ້​ຮູ້​ວ່າ:

        “ດ້ວຍ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ, ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ກອງ​ປະຊຸມ​ຄັ້ງ​ນີ້. ສຳລັບ ຫວຽດນາມ​​, ທຸກໆ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ອີ​ຢູ ພວມ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ, ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ. ດັ່ງ​ນັ້ນ, ຫວຽດນາມ ສະໜັບສະໜູນ ​ແລະ ຢາກ​ຊຸກຍູ້​ວິວັດ​ທະ​ນາ​ການ​ເຊື່ອມ​ໂຍງ​​ເສດຖະກິດ​ລະຫວ່າງ 2 ພາກ​ພື້ນ.”

ຂ່າວ/ບົດ​ອື່ນ