ກອງປະຊຸມສຸດຍອດນັກທຸລະກິດຍິງ ອາຊຽນ 2022

(VOVWORLD) - ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດຕັ້ງກອງປະຊຸມສຸດຍອດນັກທຸລະກິດຍິງ ປີ 2022 ດ້ວຍຫົວຂໍ້ວ່າ “ພ້ອມກັນກະທຳ - ພ້ອມກັນເຕີບໃຫຍ່ເຂັ້ມແຂງໃນສະພາບຕົວຈິງໃໝ່”
 
ກອງປະຊຸມສຸດຍອດນັກທຸລະກິດຍິງ ອາຊຽນ 2022 - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:Văn Điệp/TTXVN)

ຕອນເຊົ້າວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດຕັ້ງກອງປະຊຸມສຸດຍອດນັກທຸລະກິດຍິງ ປີ 2022 ດ້ວຍຫົວຂໍ້ວ່າ “ພ້ອມກັນກະທຳ - ພ້ອມກັນເຕີບໃຫຍ່ເຂັ້ມແຂງໃນສະພາບຕົວຈິງໃໝ່”. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກປາຖະກະຖາ, ນັກທຸລະກິດຍິງພ້ອມກັນແລກປ່ຽນເພື່ອຊອກຫາມາດຕະການເໝາະສົມໃຫ້ແກ່ວິສາຫະກິດ, ພິເສດແມ່ນວິສາຫະກິດໂດຍແມ່ຍິງເປັນເຈົ້າ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ, ຊີ້ແຈ້ງວ່າ:

        “ທີ່ກອງປະຊຸມຄັ້ງນີ້, ບັນດານັກຊ່ຽວຊານເສດຖະກິດ, ນັກວາງແຜນນະໂຍບາຍ, ນັກທຸລະກິດຍິງ ຂອງບັນດາປະເທດ ອາຊຽນ ພ້ອມກັນປຶກສາຫາລືກ່ຽວກັບ 3 ຫົວຂໍ້ແທດຈິງ. ຜ່ານນັ້ນ, ຍົກອອກບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີທີ່ມີຄຸນຄ່າ, ບໍ່ພຽງແຕ່ສຳລັບບັນດາວິສາຫະກິດໂດຍແມ່ຍິງເປັນເຈົ້າເທົ່ານັ້ນ, ຫາກຍັງສຳລັບລັດຖະບານ ແລະ ບັນດາອົງການໜູນຊ່ວຍ, ສົ່ງເສີມການຄ້າ, ເຄືອຂ່າຍນັກທຸລະກິດຍິງຢູ່ພາຍໃນ ແລະ ພາກພື້ນອີກດ້ວຍ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ນັກທຸລະກິດຍິງ, ວິສາຫະກິດໂດຍແມ່ຍິງເປັນເຈົ້າໄດ້ສຳຜັດກັບບັນດາແຫຼ່ງກຳລັງພັດທະນາ, ເພີ່ມທະວີການເຊື່ອມຕໍ່, ການຮ່ວມມືເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຟື້ນຟູການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ເພື່ອປະຊາຄົມ ອາຊຽນ ພັດທະນາແບບຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ