ກອງປະຊຸມສູນກາງຄັ້ງທີ5ຊຸດທີ18ພັກກອມມູນິດຈີນ

ກອງປະຊຸມສູນກາງຄັ້ງທີ5ຊຸດທີ18ພັກກອມມູນິດຈີນ - ảnh 1
ກອງ​ປະຊຸມ​ສູນ​ກາງຄັ້ງທີ 5 ຊຸດ​ທີ 18 ພັກ​ກອມ​ມູນິດ ຈີນ
(ພາບປະກອບ)

(vovworld) – ​​ ​ ຕອນ​ເຊົ້າ​ວັນ​ທີ 26/10, ກອງ​ປະຊຸມ​ສູນ​ກາງຄັ້ງທີ 5 ຊຸດ​ທີ 18 ພັກ​ກອມ​ມູນິດ ຈີນ ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 26/10 ຢູ່​ນະຄອນຫລວງ ປັກ​ກິ່​ງ, ກອງ​ປະຊຸມ​ໃຫຍ່ ສຸມ​ໃສ່​ປຶກສາ​ຫາລື​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ໄລຍະ 2016 – 2020 ຫຼື ​ເອີ້ນ​ວ່າ “​ແຜນການ 5 ປີ​ຄັ້ງທີ 13”. ຄາດ​ວ່າ​ໃນ 4 ວັນດຳ​ເນີນ​ກອງ​ປະຊຸມ (​ແຕ່​ວັນ​ທີ 26 - 29/10), ບັນດາ​ຜູ້​ແທນ​ຈະ​ພິຈາລະນາ​ຄັ້ງສຸດ​ທ້າຍ ບັນດາ​ຂໍ້​ສະ​ເໜີ​ໃຫ້​ແຜນການ 5 ປີ​ດັ່ງກ່າວ. ຮ່າງ​ແຜນການ​ສຸດ​ທ້າຍ​ຈະ​ຍື່ນ​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ ຈີນ ​ໃຫ້ສັດ​ຕະຍາ​ບັນ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ໃນ​ເດືອ​ນ 3/2016 ກ່ອນ​ທີ່​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ ກໍ່ຈະລາ​ຍງານວຽກ​ງານ​ຕໍ່​ຄະນະ​ກຳມະການ​ສູນ​ກາງ​ພັກ. ສຳນັກ​ຂ່າວສານ​ ຈີນ ຄັກ​ສະ​ເໜີບັນ​ດາ​ການ​ຄາດ​ຄະ​ເນ​ຂອງ​​ຕະຫລາດ​ທີ່ຖື​ວ່າ: ​ຄາດໝາຍ​ເຕີບ​ໂຕ GDP ຂອງ ຈີນ ​ໃນ​ໄລຍະ 2016 – 2020 ຈະ​ບັນລຸປະມານ 6,5 – 7%.

ຂ່າວ/ບົດ​ອື່ນ