ກອງປະຊຸມສະຫຼຸບວຽກງານປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມ ແລະ ກູ້ໄພກູ້ຊີບປີ 2012

ກອງປະຊຸມສະຫຼຸບວຽກງານປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມ ແລະ ກູ້ໄພກູ້ຊີບປີ 2012 - ảnh 1
(ພາບປະກອບ: ອິນເຕີແນດ)

(vovworld) – ຕອນ​ເຊົ້າ​ວັນ​ທີ 6/4, ຢູ່ ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ສູນ​ກາງ ສົມທົບ​ກັບ​ຄະນະ​ກຳມະການ​ກູ້​ໄພ​ກູ້​ຊີບ ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ​ ເພື່ອສະຫຼຸບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ນ້ຳ​ຖ້ວມ ​ແລະ ກູ້​ໄພ​ກູ້​ຊີບ​ປີ 2012, ປຶກສາ​ມາດ​ຕະການ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013 ​ແລະ ສະຫຼຸບ 5 ປີ ​ແຫ່ງ​ການ​ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ​ເຖິງ​ປີ 2020. ​ໃນ​ປີ 2012 ຜ່ານ​ມາ, ມີ​ພາຍຸ 4 ລູກ ​ໄດ້​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ຫວຽດນາມ, ອັນ​ໄດ້​ສົ່ງ​ຜົນ​ຮ້າຍ​ຢ່າງ​ໜັກໜ່ວງ​ເຖິງ​ຊີວິດ​ອີນຊີ ​ແລະ ຊັບ​ສົມບັດ, ​ເຮັດ​ໃຫ້ 258 ຄົນ​ເສຍ​ຊີວິດ ​ແລະ ຫາຍ​ສາບ​ສູນ, ຄວາມ​ເສຍ​ຫາຍ​ທາງ​ດ້ານວັດຖຸ​ແມ່ນ​ປະມານ 16.000 ຕື້​ດົ່ງ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ, ຮ່ວາງ​ວັນ​ທັ໋ງ, ​ໃຫ້​ຮູ້​ວ່າ:

“ລັດຖະບານ​ໄດ້​ຈັດ​ຕັ້ງ​ການ​ກວດກາ, ຕີ​ລາຄາ​ຄູນ​ນະພາ​ບຄັນ​ຄູ, ອ່າງ​ເກັບ​ນ້ຳ ​ແລະ ກິດຈະກຳ​ຊົນລະປະທານ, ສ້າງ​ວິທີ​ການ​ປ້ອງ​ກັນ ​ແລະ ຕ້າ​ນພາຍຸ​ນ້ຳ​ຖ້ວມ​ໃຫ້​ແກ່​ໜອງ​ນ້ຳ​ຕ່າງໆ, ສົມທົບ​ກັນ​ໃນ​ການ​ລະບາຍ​ນ້ຳ​ແກ່ງ, ກວດກາ, ​ເພີ່ມ​ພາຫະນະ​ກູ້​ໄພ​ກູ້​ຊີບ​ຢູ່​ທ້ອງ​ຖີ່​ນຕ່າງໆ ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ກູ້​ໄພ​ກູ້​ຊີບ​ຢ່າງ​ທັນ​ການ“.

ກອງ​ປະຊຸມ​ໄດ້​ກຳນົດ​ 16 ໜ້າ​ທີ່​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ນ້ຳ​ຖ້ວມ ​ແລະ ກູ້​ໄພ​ກູ້​ຊີບ​ປີ 2013, ​ໃນ​ນັ້ນ​ຍົກ​ສູງ​ວຽກ​ງານ​ໂຄສະນາ​ໃຫ້​ວົງ​ຄະນາ​ຍາດ​ເປັນ​ເຈົ້າ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພພິບັດ​ທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ