ກອງປະຊຸມສຳມະນາລັດຖະບານເອເລກໂຕນິກ

ກອງປະຊຸມສຳມະນາລັດຖະບານເອເລກໂຕນິກ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ລະດັບຊາດ​ກ່ຽວ​ກັບ​ລັດຖະບານ​ເອ​ເລກ​ໂຕ​ນິກປີ 2014
(ພາບ: trongngay.net)

(vovworld) – “ພັດທະນາລັດຖະບານ​ເອ​ເລກ​ໂຕ​ນິກ: ​ໂຄງ​ລ່າງ​ຂໍ້​ມູນ​ຂ່າວສານ​ທີ່​ທັນ​ສະ​ໄໝ ​ແລະ ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ສາທາລະນະ ​ເພື່ອ​ແນ​ໃສ່ຍົກ​ສູງ​ລະດັບ​ພໍ​ໃຈ​ຂອງ​ປະຊາຊົນ“ ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ລະດັບຊາດ​ກ່ຽວ​ກັບ​ລັດຖະບານ​ເອ​ເລກ​ໂຕ​ນິກປີ 2014 ​ເຊິ່ງໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/7, ຢູ່​ນະຄອນ​ດ່າ​ນັ້ງ.

        ກ່າວ​ຄວາມ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຟຸ່ງ​ເຕິ໋ນວຽດ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ, ​ໃຫ້​ຮູ້​ວ່າ, ​ໃນ 10 ປີຜ່ານມາ, ນະຄອນ​ດ່າ​ນັ້ງ ຍາມ​ໃດ​ກໍ່​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ໃຫ້​ແກ່​ການ​ພັດທະນາ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ຍົກ​ສູງ​ປະສິດທິ​ຜົນ​​ລັດຖະບານ​ເອ​ເລກ​ໂຕ​ນິກ:

        “ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ພວກ​ເຮົາ​ແບ່ງປັນ​ບັນດາ​ຜົນງານ​ກ່ຽວ​ກັບ​ການ​ໝູນ​ໃຊ້ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ຂອງ​ທ້ອງ​ຖີ່​ນຕ່າງໆ ກໍ່​ຄື​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນ​ຈາກບັນດາ​ບໍລິສັດ, ຜູ້​ຊ່ຽວຊານ​ອັນ​ດັບ​ໜຶ່ງ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃນ​ຂົງ​ເຂດ​ພັດທະນາ ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ຈາກ​ນັ້ນ​ໝູນ​ໃຊ້, ຜັນ​ຂະຫຍາຍ​​ລັດຖະບານ​ເອ​ເລກ​ໂຕ​ນິກຂອງ​ນະຄອນພວກ​ຂ້າພະ​ເຈົ້າ

ຂ່າວ/ບົດ​ອື່ນ