ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ສະວິດ

ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ສະວິດ - ảnh 1
ທ່ານ Pierre Schifferli, ສະ​ມາ​ຊິກ​ຄະ​ນະ​ທະ​ນາຍ​ຄວາມ​ເຊີ​ແນວ
(ພາບ​ປະ​ກອບ: baotintuc.vn/TTXVN)

(vovworld) - ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ດ້ວຍ​ຫົວ​ຂໍ້​ວ່າ “ການ​ຂັດ​ແຍ້ງ​ກັນ​ຢ​ູ່​ທະ​ເລ​ຕາ​ເວັນ​ອອກ - ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ​ທີ່ສ້າງ​ຕັ້ງ​ຕາມສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ສ່ວນ​ເພີ່ມ​ເຕີມທີ VII ແລະ ການ​ປະ​ຕິ​ບັດ​​ຕາມ​ຄຳ​ຕັດ​ສິນຂອງ​ສານ”, ຖືກ​ດຳ​ເນີນ​ໃນ​ວັນ​ທີ 06/12 ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ. ທ່ານ Pierre Schifferli, ສະ​ມາ​ຊິກ​ຄະ​ນະ​ທະ​ນາຍ​ຄວາມ​ເຊີ​ແນວ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນັກ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ ໃຫ້​ຮູ້​ວ່າ, ເຫດ​ການ​ຈະ​ເຕົ້າ​ໂຮ​ມ​ນັກ​ປ​າ​ຖະ​ກະ​ຖາ 9 ທ່ານ ເຊິ່ງ​ແມ່ນ​ນັກ​ຊ່ຽວ​ຊານ​ໃນ​​ບັນ​ດາຂົງ​ເຂດ​ສ້າງ​ກົດ​ໝາຍ ແລະ ການ​ພົວ​ພັນ​ກັບ​ສາ​ກົນ, ທີ່​ມາ​ຈາກ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຂອງ​ອາ​ເມ​ລິ​ກາ, ອັງ​ກິດ, ແບນ​ຊິກ, ສະ​ວິດ, ອີ​ຕາ​ລີ ແລະ ອົດ​ສະ​ຕາ​ລີ. ບັນ​ດາ​ນັກ​ປາ​ຖະ​ກະ​ຖາ​ແບ່ງ​ປັນ​ຜົນ​ການ​ຄົ້ນ​ຄວ້າ 2 ບັນ​ຫາ​ຄື: ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ​ເຊິ່ງສ້າງ​ຕັ້ງ​ຕາມສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ສ່ວນ​ເພີ່ມ​ເຕີມ​ທີ VII; ການ​ປະ​ຕິ​​ບັດ​ຕາມ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ແລະ ບັນ​ດາ​ມາດ​ຕະ​ການ​ສັນ​ຕິ​ພາບ​ໃຫ້​ແກ່​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ທະ​ນາຍ​ຄວາມ Pierre Schifferli ໃຫ້​ຮູ້​ວ່າ, ເລື່ອງ​ຈັດ​ຕັ້ງກອງ​ປະ​ຊຸມ​ສຳ​ມະ​ນາ​ນີ້​ຢູ່​ເຊີ​ແນວ, ເຊິ່ງ​ແມ່ນ​ໃຈ​ກາງ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ທາງ​ການ​ທູດ, ການ​ເມືອງ​ຫຼາຍ​ຝ່າຍ, ມີ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​​ທີ່ເຄື່ອນ​ໄຫວ​ໃນ​ຊົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ, ບັນ​ດາ​ນັກ​ຈັດ​ຕັ້ງ​ຢາກ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງວົງ​ການ​ສ​ື່​ສານ, ບັນ​ດາ​ຜູ້​​​ທີ່​ເປັນ​ແກ່ນ​ສານບົນ​ເວ​ທີ​ການ​ເມືອງ​ສາ​ກົນ, ກໍ​ຄື​ຫາງ​ສຽງ​ສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ​ເຊິ່ງ​ແມ່ນ​ບັນ​ຫາ​ທີ່ເກີດ​ຂຶ້ນ​​ຢູ້​ຫ່າງ​​ໄກຈາກ​ເອີ​ລົບ​ ກ​ໍ​ຕາມ ແລະ ອາດ​ຈະ​ມີ​ບັນ​ດາ​ການ​ຜັນ​ແປນອກ​ການ​ຄາດ​ຄະ​ເນ ແລະ ບໍ່​ສາ​ມາດ​ຄວບ​ຄຸ້ມ​ໄດ້, ເຮັດ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ ແລະ ການ​ທະ​ຫານ​​ຢ່າງ​ຮ້​າຍ​ແຮງ.

ຂ່າວ/ບົດ​ອື່ນ