ກອງປະຊຸມສຳມະນາແຫ່ງຊາດ “ ຮັກສາຄວາມໃສແຈ້ງຂອງພາສາຫວຽດ ”

ກອງປະຊຸມສຳມະນາແຫ່ງຊາດ “ ຮັກສາຄວາມໃສແຈ້ງຂອງພາສາຫວຽດ ” - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ “ ຮັກ​ສາ​ຄວາມ​ໃສ​ແຈ້ງ​ຂອງ​ພາ​ສາ​ຫວຽດ ”


(vovworld)- ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ “ ຮັກ​ສາ​ຄວາມ​ໃສ​ແຈ້ງ​ຂອງ​ພາ​ສາ​ຫວຽດ ” ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມສົມ​ທົບ​ກັບ​ສະ​ມາ​ຄົມ​ພາ​ສາ​ສາດ​ຫວຽດ​ນາມ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5/11ຢູ່​ຮ່າ​ໂນ້ຍ ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ 50 ປີ​ແຫ່ງວັນ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຝ້າມ​ວັນ​ດົງ ປຸກ​ລະ​ດົມ​ຂະ​ບວນ​ການ “ ຮັກ​ສາ​ຄວາມ​ໃສ​ແຈ້ງ​ຂອງ​ພາ​ສາ​ຫວຽດ ”(1966-2016)

        ກ່າວ​ຄຳ​ເຫັນ​ໄຂ ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ “ ຮັກ​ສາ​ຄວາມ​ໃສ​ແຈ້ງ​ຂອງ​ພາ​ສາ​ຫວຽດ ”, ທ່ານ ຫງວຽນ​ເທ້​ກີ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ :

     “ ຜ່ານ ກອງ​ປະ​ຊຸມ​ສຳ​ມະນາ, ຄະ​ນະ​ຊີ້​ນຳ ແລະ ຄະ​ນະ​ຈັດ​ຕັ້ງ ກອງ​ປະ​ຊຸມ​ສຳ​ມະ​ນາ​ ຂໍ​ສະ​ເໜີ​ລັດ​ຖະ​ບານ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ, ກະ​ຊວງ​ຖະ​ແຫຼງ​ຂ່າວ​ ແລະ ສື່​ສານ, ກະ​ຊວງວັດ​ທະ​ນະ​ທຳ-ກິ​ລາ ແລະ ທ່ອງ​ທ່ຽວ, ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ ສຶກ​ສາ ຊາວ​ໜຸ່ມ​ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ​ຂອງ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຄົມ​ພາ​ສາ​ສາດ​ຫວຽດ​ນາມ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ຄວນ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ຄຸ້ມ​ຄອງ, ໃຫ້​ຄຳ​ປຶກ​ສາ​ການ​ນຳ​ໃຊ້​ພາ​ສາ​ຫວຽດ​, ຮັກ​ສາ​ຄວາມ​ໃສ​ແຈ້ງ​ຂອງ​ພາ​ສາ​ຫວຽດທາງ​ພາ​ຫະ​ນະ​ສື່ມວນ​ຊົນ, ສ້າງ​ກົດ​ໝາຍ​, ນະ​ໂຍ​ບາຍ​ທາງ​ດ້ານ​ພາ​ສາ​ສາດ, ກ່ຽວ​ກັບ​ພາ​ສາ​ຫວຽດ​ ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະ​ມວນ​ກົດ​ໝາຍ​ພາ​ສາ​ຫວຽດໃຫ້​ສົມ​ບູນ​ແບບ ”

        ກ່າວ​ຄຳ​ເຫັນທີ່ ກອງ​ປະ​ຊຸມ​ສຳ​ມະ​ນາ​, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ຊີ້​ແຈ້ງວ່າ : 

     “ ບັນ​ດາ​ນັກ​ຂ່າວ​ຕ້ອງ​ເຊື່ອມ​ຊຶມ ແລະ ຕ້ອງ​ຝຶກ​ຝົນຫຼໍ່ຫຼອມ​ທັກ​ສະ​ນຳ​ໃຊ້​ພາ​ສາ​ຫວຽດ ເພາະ​ແຕ່​ລະ​ຄຳ​ເວົ້າ, ແຕ່​ລະ​ປະ​ໂຫຍກ​ຂອງ​ນັກ​ຂ່າວ​ແມ່ນ​ມີ​ລັກ​ສະ​ນະ​ກຳ​ນົດ​ທິດ​ຫາງ​ສຽງ ແລະ ແຜ່​ລາມ​ກ້​ວາງ​ເລິກ​ໃນ​ສັງ​ຄົມ. ດັ່ງ​ນັ້ນ, ຜ່ານກອງ​ປະ​ຊຸມ​ສຳ​ມະ​ນາ​, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຈະ​ມີ​ຂໍ້​ສະ​ເໜີ​ແນະຕໍ່​ລັດ, ຕໍ່​ສັງ​ຄົມຫຼາຍ​ຂໍ້ເພື່ອ​ໃຫ້​ວຽກ​ງານຮັກ​ສາ​ຄວາມ​ໃສ​ແຈ້ງ​ຂອງ​ພາ​ສາ​ຫວຽດນັບ​ມື້​ນັບ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ”
ຂ່າວ/ບົດ​ອື່ນ