ກອງປະຊຸມແຫ່ງຊາດ ອະດີດນັກສຶກສາ ຫວຽດນາມຈົບຈາກ ອົດສະຕາລີ

ກອງປະຊຸມແຫ່ງຊາດ ອະດີດນັກສຶກສາ ຫວຽດນາມຈົບຈາກ ອົດສະຕາລີ - ảnh 1

ທີ່​ພິທີ​ໄຂ​ກອງ​ປະຊຸມ

(ພາບ:VOV)

(vovworld)-  ກອ​ງປະຊຸມ​ແຫ່ງ​ຊາດ​ອະ​ດີດ​ນັກ​ສຶກສາ​ຫວຽດນາມ​ທີ່ຈົບ​ຈາກ​ອົດ​ສະ​ຕາ​ລີ ໂດຍສະຖານທູດ​ອົດ​ສະ​ຕາ​ລີ​ ປະຈຳ​ຮ່າ​ໂນ້ຍ ຈັດ​ຂຶ້ນໃນວັນ​ທີ14/12 ​ດ້ວຍ​ຫົວ​ຂໍ້ “ ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ການ​ພົວພັນທາງ​ການ​ທູດລະຫວ່າງ​ຫວຽດນາມ-ອົດ​ສະ​ຕາ​ລີ : ການ​ສຶກສາ​​ເພື່ອ​ການ​ພັດທະນາ-ການຮ່ວມ​ມື ​ແລະ ກຳນົດ​ທິດ​ໃນ​ອະນາຄົດ “.

   ກອ​ງປະຊຸມ​​ແມ່ນ​ໂອກາດ​​ຫວນຄືນ​ບັນດາ​ການ​ປະກອບສ່ວນ​ຂອງ​ອະດີດ​ນັກຮຽນນັກ​ສຶກສາ, ນັກ​ສຶກສາ​ຫວຽດນາມ ​ຢູ່​ອົດ​ສະ​ຕາ​ລີ ​ໃຫ້​ແກ່ການ​ພັດທະນາ​ຂອງຫວຽດນາມ ​ກໍ່​ຄື​​ໃຫ້​ແກ່ວຽກ​ງານ​ເປີດ​ກວ້າງບັນດາ​ການ​ພົວພັນ​​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ​ທ່ານ ​ເຈີ​ນກວ່າ​ງກຸ້ຍ ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​​ຊີ້​ແຈ້ງວ່າ :

“ກະຊວງ​ສຶກສາ ​ແລະ ບຳລຸງສ້າງ​ຫວຽດນາມ ​ຕີລາຄາ​ສູງ​ຄວາມເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ອົດ​ສະ​ຕາ​ລີ ​ແລະ ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ຂອງ​ບັນດາ​ຮາກຖານ​ການ​ສຶກສາ​ຂອງ​ອົດ​ສະ​ຕາ​ລີ ​ໃນ​ການ​ຊ່ວຍ​ເຫຼືອ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ ​ແລະ ປະຊາຊົນ​ອົດ​ສະ​ຕາ​ລີ ​ຊື່​ງ​ໄດ້​ສະຫງວນ​ໃຫ້​ຂະ​ແໜງ​ສຶກສາ​ຫວຽດນາມ ຕະຫຼອດ​ໄລຍະ​ຜ່ານ​ມາ”.

ຂ່າວ/ບົດ​ອື່ນ