ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ

(VOVWORLD) - ຕອນເຊົ້າວັນທີ 11 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມໂດຍກົງທົ່ວປະເທດຜ່ານເຄືອຂ່າຍອິນເຕີແນັດກ່ຽວກັບຄວາມປອດໄພດ້ານສະບຽງອາຫານ.
ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບທຸງແຂ່ງຂັນຂອງລັດຖະບານໃຫ້ແກ່ບໍລິສັດໃຫ່ຍຊີມັງ ຫວຽດນາມ

  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ສິດສຳຄັນຂອງມວນມະນຸດແມ່ນສຸຂະພາບ, ສະນັ້ນ, ຄວາມປອດໄພດ້ານສະບຽງອາຫານຈຶ່ງກາຍເປັນບັນຫາອັນຈຳເປັນໃນປະຈຸບັນ ແລະ ອະນາຄົດ. ບັນຫາຄວາມປອດໄພດ້ານສະບຽງອາຫານ ບໍ່ພຽງແຕ່ແມ່ນຄວາມເອົາໃຈໃສ່ຂອງແຕ່ລະຄອບຄົວເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບ, ການໃຫ້ບຸລິມະສິດຂອງພັກ ແລະ ລັດທີ່ມີຕໍ່ປະຊາຊົນອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

  ສິດສຳຜັດກັບອາຫານປອດສານຜິດ ແມ່ນສິດພື້ນຖານຂອງມະນຸດ, ວຽກງານຮັບປະກັນຄວາມປອດໄພດ້ານສະບຽງອາຫານ ຕ້ອງໄດ້ຮັບການເພີ່ມທະວີ. ນີ້ແມ່ນຄວາມຮັບຜິດຊອບຂອງທົ່ວສັງຄົມ, ຂອງທຸກຂັ້ນ, ທຸກອົງການທີ່ມີໜ້າທີ່ຮັບຜິດຊອບ.

   ກ່ອນໜ້ານັ້ນ, ໃນຕອນຄ່ຳຂອງວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງຂະແໜງຊີມັງ ຫວຽດນາມ ແລະ 90 ປີແຫ່ງວັນມູນເຊື້ອກຳມະກອນຊີມັງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບທຸງແຂ່ງຂັນຂອງລັດຖະບານໃຫ້ແກ່ບໍລິສັດໃຫ່ຍຊີມັງ ຫວຽດນາມ.

   ກ່າວຄຳເຫັນທີ່ພິທີດັ່ງກ່າວ, ທ່ານ ຟ້າມຮົ່ງຮ່າ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຖືວ່າ: ຜ່ານ 120 ປີແຫ່ງການພັດທະນາ, ຂະແໜງຊີມັງ ຫວຽດນາມ ຜະລິດຊີມັງໄດ້ປະມານ 100 ລ້ານໂຕນ ແລະ ສົ່ງອອກ 30 ລ້ານໂຕນຕໍ່ປີ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດແຫ່ງການປ່ຽນແປງໃໝ່, ບໍລິສັດໃຫ່ຍຊີມັງ ຫວຽດນາມ ຕ້ອງສືບຕໍ່ລົງທຶນພັດທະນາຄວາມສາມາດໃນການຜະລິດຕາມການວາງແຜນກຳນົດ ແລະ ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ຍູ້ແຮງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ, ການຄຸ້ມຄອງ….

ຕອບກັບ

ຂ່າວ/ບົດ​ອື່ນ