ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ ນັກ​ຮົບ​ເກົ່າ ຫວຽດ​ນາມ

(VOVWORLD) -  ຕອນເຊົ້າວັນທີ 9 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸລະກິດນັກຮົບເກົ່າ ຫວຽດນາມ ຄັ້ງທີ 3.
ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ ນັກ​ຮົບ​ເກົ່າ ຫວຽດ​ນາມ - ảnh 1ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸລະກິດນັກຮົບເກົ່າ ຫວຽດນາມ ຄັ້ງທີ 3 (ພາບ:baobinhphuoc.com.vn)

ເມື່ອສະຫຼຸບອາຍຸການ 2018 – 2023, ລາຍຮັບຂອງບັນດາວິສາຫະກິດ ໃນສະມາຄົມ ດັ່ງກ່າວ ຄາດວ່າບັນລຸກ່ປະມານ 42,8 ຕື້ USD, ແກ້ໄຂ ວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານເກືອບ 1 ລ້ານຄົນ, ໃນນັ້ນສ່ວນຫຼາຍ ຜູ້ອອກແຮງງານແມ່ນນັກຮົບເກົ່າ, ລູກຫຼານນັກຮົບເກົ່າ, ຄອບຄົວນະໂຍບາຍ. ສະມາຄົມກໍ່ໄດ້ປະກອບສ່ວນເງິນກ່ວາ 85,7 ລ້ານ USD ໃຫ້ແກ່ ວຽກງານທຳການກຸສົນສັງຄົມ. ໂດຍຍ້ອງຍໍບັນດາໝາກຜົນເຊິ່ງສະມາຊິກບັນລຸໄດ້ ໃນອາຍຸການຜ່ານມາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງສະເໜີວ່າ:

ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມຂອງນັກຮົບກອງທັບປະຊາຊົນ ຫວຽດນາມ ໃນແນວໂຮມເສດຖະກິດ, ບັນດາສະມາຊິກຕ້ອງລະດົມທຸກຄວາມສາມາດບົ່ມຊ້ອນ, ກຳລັງແຮງພາຍໃນ, ຍາດແຍ່ງທຸກແຫຼ່ງກຳລັງ ແລະ ນະໂຍບາຍໜູນຊ່ວຍຂອງລັດ, ການຊ່ວຍເຫຼືອຂອງບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ຮາກຖານ; ມີການລົງທຶນເຂົ້າການຜະລິດຳເນີນທຸລະກິດ, ການບໍລິການ ຢ່າງມີປະສິດທິຜົນ ພັດທະນາທຸກຮູບແບບດ້ານເສດຖະກິດຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ