ກະ​ກຽມ​ບັນ​ດາ​ເນື້ອ​ໃນຍື່ນສະເໜີໃນກອງ​ປະ​ຊຸມ​ວິ​ສາ​ມັນຂອງ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ XV

(VOVWORLD) -  ໃນລະຫວ່າງວັນທີ 25-26 ພະຈິກ ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາ ແຫ່ງຊາດ ເວືອງດິ່ງເຫ້ວ ແລະ ບັນດາຮອງປະທານສະພາແຫ່ງຊາດ ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອພິຈາລະນາກ່ຽວກັບ 5 ບັນຫາຮີບດ່ວນຄາດວ່າຈະໄດ້ປຶກສາຫາລືຢູ່ກອງປະຊຸມວິສາມັນຂອງສະພາແຫ່ງຊາດ.
ກະ​ກຽມ​ບັນ​ດາ​ເນື້ອ​ໃນຍື່ນສະເໜີໃນກອງ​ປະ​ຊຸມ​ວິ​ສາ​ມັນຂອງ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ XV - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເປັນປະທານກອງປະຊຸມ (ພາບ: VGP)

ການເຮັດວຽກແມ່ນແນໃສ່ກຳນົດທິດທາງວຽກງານການຄົ້ນຄວ້າ, ພິຈາລະນາຢ່າງລະອຽດບັນດານະໂຍບາຍເພື່ອສືບຕໍ່ສ້າງແຕ່ລະເນື້ອໃນໃຫ້ສົມບູນ. ໃນ 5 ບັນຫາມີແຜນຮ່າງກໍ່ສ້າງກົນໄກ. ນະໂຍບາຍງົບປະມານ, ເງິນຕາເພື່ອໜູນຊ່ວຍ ຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມຢ່າງທັນການ.

        ທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກນີ້ແມ່ນເນື້ອໃນທີ່ມີລັກສະນະຮີບດ່ວນ, ບັງເອີນ, ສຸດທີ່ສຳຄັນໃຫ້ແກ່ແນວທາງນະໂຍບາຍຂອງລັດຊີວິດການເປັນຢູ່ຂອງປະຊາຊົນ, ແຕ່ກໍ່ເປັນບັນຫາຫຍຸ້ງຍາກ, ສັບສົນ, ຕ້ອງຕັ້ງໃຈກະກຽມຢ່າງລະອຽດ, ໃຫ້ຖືກຂັ້ນຕອນ, ຂໍ້ກຳນົດຂອງກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ