ກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 50.000 ໂດ​ສ ຈາກ ລັດ​ຖະ​ບານ ໂອ​ຕາ​ລິດ

(VOVWORLD) -ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດະຊວັນຕວຽນ ໄດ້ຕາງໜ້າກະຊວງສາທາລະນະສຸກ ຮັບເອົາວັກຊິນກັນພະຍາດໂຄວິດ - 19 AstraZeneca 50.000 ໂດສ ໂດຍສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ ເປັນຂອງຂວັນ.
ກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ  - 19 ຈຳ​ນວນ 50.000 ໂດ​ສ ຈາກ ລັດ​ຖະ​ບານ ໂອ​ຕາ​ລິດ - ảnh 1ພິທີມອບ - ຮັບວັກຊິນ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ Hans – Peter Glanzer, ເອກອັກຄະລັດຖະທູດ ສາທາລະນະລັດ  ໂອຕາລິດ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ບັນລຸໄດ້ບາດກ້າວເດີນໃຫຍ່ໃນບັ້ນສັກວັກຊິນກັນພະຍາດໂຄວິດ - 19 ແລະ ສະແດງຄວາມປິຕິຊົມຊື່ນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໂດຍຜ່ານການມອບວັກຊິນກັນໂຄວິດ - 19 ຈຳນວນ 50.000 ໂດສ.

ສ່ວນທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດະຊວັນຕວຽນ ເນັ້ນໜັກວ່າ ການໜູນຊ່ວຍດັ່ງກ່າວຂອງລັດຖະບານ ແລະ ປະຊາຊົນ ໂອຕາລິດ ແມ່ນມີຄວາມໝາຍທີ່ສຸດ, ແມ່ນແຫຼ່ງລະດົມກຳລັງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງໃຫຍ່ຫຼວງສຳລັບລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນໄລຍະທີ່ຫຍຸ້ງຍາກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ