ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ປຸກລະດົມການປະຢັດໄຟຟ້າທົ່ວປະເທດປີ 2023

(VOVWORLD) - ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ປະກົດການ El Nino ໄດ້ກໍ່ໃຫ້ເກີດສະພາບແຫ້ງແລ້ງ, ຂາດນ້ຳແກ່ຍາວ, ເຮັດໃຫ້ລະດັບນ້ຳໃນອ່າງເກັບນ້ຳຂອງເຂື່ອນໄຟຟ້າຢູ່ທັງ 3 ເຂດ ເໜືອ, ກາງ, ໃຕ້
 
ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ປຸກລະດົມການປະຢັດໄຟຟ້າທົ່ວປະເທດປີ 2023 - ảnh 1ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ປຸກລະດົມການປະຢັດໄຟຟ້າທົ່ວປະເທດປີ 2023
(ພາບ: Bá Toàn/VOV)

ການນຳໃຊ້ໄຟຟ້າຢ່າງປະຢັດ ແລະ ມີປະສິດທິຜົນໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາມາດຕະການສຳຄັນ, ຮີບດ່ວນ, ປະກອບສ່ວນຮັບປະກັນແຫຼ່ງສະໜອງໄຟຟ້າໃຫ້ພຽງພໍເພື່ອພັດທະນາເສດຖະກິດ ແລະ ຊີວິດສັງຄົມ. ນີ້ແມ່ນຂໍ້ມູນທີ່ເປັນໜ້າສົນໃຈ ທີ່ກອງປະຊຸມປຸກລະດົມການປະຢັດໄຟຟ້າທົ່ວປະເທດ ປີ 2023 ໂດຍກະຊວງອຸດສາຫະກຳ - ການຄ້າຈັດຂຶ້ນໃນຕອນບ່າຍວັນທີ 22 ພຶດສະພາ ຢູ່ຮ່າໂນ້ຍ.

        ໄລຍະຜ່ານມາ, ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ປະກົດການ El Nino ໄດ້ກໍ່ໃຫ້ເກີດສະພາບແຫ້ງແລ້ງ, ຂາດນ້ຳແກ່ຍາວ, ເຮັດໃຫ້ລະດັບນ້ຳໃນອ່າງເກັບນ້ຳຂອງເຂື່ອນໄຟຟ້າຢູ່ທັງ 3 ເຂດ ເໜືອ, ກາງ, ໃຕ້ ຫລຸດລົງຢ່າງແຮງ, ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງຄວາມສາມາດກະຈາຍໄຟຟ້າຂອງບັນດາໂຮງງານໄຟຟ້າ. ໄປຄຽງຄູ່ກັນນັ້ນ, ສະມັດຕະພາບ ແລະ ກຳລັງການຜະລິດຂອງບັນດາໂຮງງານໄຟຟ້າກໍ່ຫລຸດລົງຍ້ອນກຳລັງແຮງລົມຕ່ຳ, ບັນລຸພຽງ 5,6% ເມື່ອທຽບໃສ່ກຳລັງຕິດຕັ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງຮ່ວາງອານ, ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ, ເນັ້ນໜັກວ່າ:

        “ກະຊວງອຸດສາຫະກຳ - ການຄ້າ ຮຽກຮ້ອງ ແລະ ສະເໜີໃຫ້ທຸກຂັ້ນ, ຂະແໜງການ, ບັນດາອົງການ, ຫົວໜ່ວຍ, ວິສາຫະກິດ, ທຸກຄອບຄົວ ແລະ ປະຊາຊົນທຸກຊັ້ນວັນນະໃນທົ່ວປະເທດ ຮ່ວມແຮງຮ່ວມໃຈສະໜັບສະໜູນ, ແບ່ງເບົາຄວາມຫຍຸ້ງຍາກກັບຂະແໜງໄຟຟ້າ, ເພີ່ມທະວີການປະຕິບັດບັນດາມາດຕະການນຳໃຊ້ໄຟຟ້າຢ່າງປະຢັດ ແລະ ມີປະສິດທິຜົນຢ່າງຄົບຊຸດ, ເຂັ້ມງວດ, ພິເສດໃນໄລຍະລະດູແລ້ງ (ພິເສດແມ່ນຊ່ວງເວລາແຕ່ນີ້ ຮອດວັນທີ 30 ມິຖຸນາ ຈະມາເຖິງ)”.

ຕອບກັບ

ຂ່າວ/ບົດ​ອື່ນ