ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຮ່ວມເດີນທາງພ້ອມກັບຂະແໜງສິນໃນນ້ຳ ຍູ້ແຮງການສົ່ງເສີມການສົ່ງອອກ

(VOVWORLD) - ມີສັນຍານດີຈາກບັນດາຕະຫຼາດໃນໂລກ ແລະ ຢູ່ພາຍໃນປະເທດ ກໍຄືທ່າອ່ຽງບໍລິໂພກເພີ່ມຂຶ້ນຢູ່ບັນດາຕະຫຼາດໃຫຍ່ໃນຊຸມເດືອນທ້າຍປີ ພວມນຳມາເຊິ່ງແງ່ຫວັງຟື້ນຟູໃນການສົ່ງອອກຂອງຂະແໜງສິນຄ້າດັ່ງກ່າວ.
ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຮ່ວມເດີນທາງພ້ອມກັບຂະແໜງສິນໃນນ້ຳ ຍູ້ແຮງການສົ່ງເສີມການສົ່ງອອກ - ảnh 1(ກອງປະຊຸມແລກປ່ຽນວຽກງານສົ່ງເສີມການຄ້າ)

        ການສົ່ງອອກສິນໃນນ້ຳຫຼາຍປະເພດຂອງ ຫວຽດນາມ ມີສັນຍານຟື້ນຟູ. ນີ້ແມ່ນການຕີລາຄາເຊິ່ງໄດ້ຍົກອອກມາທີ່ກອງປະຊຸມແລກປ່ຽນວຽກງານສົ່ງເສີມການຄ້າ ດ້ວຍລະບົບບັນດາອົງການການຄ້າຕ່າງປະເທດເດືອນ ຕຸລາ 2023, ດ້ວຍຫົວຂໍ້ “ຮ່ວມເດີນທາງພ້ອມກັບຂະແໜງສິນໃນນ້ຳ ຍູ້ແຮງການສົ່ງເສີມການສົ່ງອອກ”. ເຫດການໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 31 ຕຸລາ, ຢູ່ ຮ່າໂນ້ຍ.

        ຜູ້ຕາງໜ້າສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ໃຫ້ຮູ້ວ່າ, ໃນໄລຍະກວ່າ 9 ເດືອນຜ່ານມາ, ການສົ່ງອອກສິນໃນນ້ຳຂອງທັງປະເທດບັນລຸ 6,6 ຕື້ USD, ຫຼຸດລົງກວ່າ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ເຖິງແນວນັ້ນກໍ່ຕາມ, ມີສັນຍານດີຈາກບັນດາຕະຫຼາດໃນໂລກ ແລະ ຢູ່ພາຍໃນປະເທດ ກໍຄືທ່າອ່ຽງບໍລິໂພກເພີ່ມຂຶ້ນຢູ່ບັນດາຕະຫຼາດໃຫຍ່ໃນຊຸມເດືອນທ້າຍປີ ພວມນຳມາເຊິ່ງແງ່ຫວັງຟື້ນຟູໃນການສົ່ງອອກຂອງຂະແໜງສິນຄ້າດັ່ງກ່າວ. ຕາມບັນດານັກຊ່ຽວຊານແລ້ວ, ແຕ່ນີ້ຮອດທ້າຍປີ, ວິສາຫະກິດຕ້ອງສຸມໃສ່ຄົ້ນຄວ້າພັດທະນາ, ລົງທຶນເຂົ້າເຕັກໂນໂລຊີທັນສະໄໝ ເພື່ອປົວແປງປະສິດທິຜົນການຜະລິດ, ຍົກສູງກຳລັງແກ່ງແຍ້ງ. ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ, ຖືວ່າ:

        “ປະຈຸບັນ, ບັນດາຕະຫຼາດລ້ວນແຕ່ມີຄວາມຮຽກຮ້ອງຫຼັກອະນາໄມດ້ານສະບຽງອາຫານ, ຄຸນນະພາບຂອງສິນຄ້າຢ່າງສູງທີ່ສຸດ ແລະ ພິເສດແມ່ນການຊອກຫາຕົ້ນກຳເນີດສິນຄ້າ. ເລື່ອງ ອີຢູ ຈັດວາງ “ບັດເຫຼືອງ” ແມ່ນການກ່າວເຕືອນ. ນອກຈາກ ອີຢູ ແລ້ວ, ບັນດາຕະຫຼາດອື່ນອາດສາມາດຈັດວາງບັນດາມາດຕະການທີ່ຄ້າຍຄືກັນ. ສະນັ້ນ, ພວກເຮົາຕ້ອງແກ້ໄຂຂໍ້ຈຳກັດເພື່ອຍົກເລີກ “ບັດເຫຼືອງ”. ນີ້ກໍ່ແມ່ນທິດກ້າວເດີນແບບຍືນຍົງ, ຮັບປະກັນການສົ່ງອອກສິນໃນນ້ຳບັນລຸລະດັບເຕີບໂຕເປັນຢ່າງດີໃນໄລຍະຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ