ກາຕາ ຮຽກຮ້ອງແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາ

(VOVWORLD) - ວັນທີ 21 ກໍລະກົດ, ກະສັດ ກາຕາ Tamim bin Hamad al-Thani ຢືນຢັນວ່າ ຮອດຈຸດເວລາທີ່ດຳເນີນການເຈລະຈາ ເພື່ອແນໃສ່ແກ້ໄຂບັນດາຄວາມບໍ່ລົງລອຍກັນລະຫວ່າງ ໂດຮາ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ ອາຣັບ
ກາຕາ ຮຽກຮ້ອງແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາ - ảnh 1 ກະສັດ ກາຕາ Tamim bin Hamad al-Thani (ພາບ: AFP)

ໃນບົດກ່າວປາໄສທາງໂທລະພາບຄັ້ງທຳອິດ ນັບແຕ່ເມື່ອເກີດວິກິດການທາງການທູດ, ກະສັດ al-Thani ຢືນຢັນວ່າ ຝ່າຍ ໂດຮາ ພ້ອມແລ້ວທີ່ຈະເຈລະຈາ, ເຖິງຢ່າງໃດກໍ່ຕາມ ທຸກມາດຕະການຕ້ອງເຄົາລົບອະທິປະໄຕຂອງ ກາຕາ. ພ້ອມກັນນັ້ນ, ກະສັດ al-Thani ກໍ່ສະແດງຄວາມນັບຖືສຳລັບບັນດາຄວາມມານະພະຍາຍາມຈາກຝ່າຍ ຄູເວດ, ຕວກກີ ແລະ ອາເມລິກາ ໃນການແກ້ໄຂວິກິດການລະຫວ່າງ ໂດຮາ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ ອາຣັບ. ທ່ານຖືວ່າ ກາຕາ ມານະພະຍາຍາມຕ້ານການກໍ່ການຮ້າຍ ເພາະມີຄວາມເຊື່ອໝັ້ນຕໍ່ການສູ້ຮົບນີ້ ຫາກບໍ່ແມ່ນ ຢາກເຮັດໃຫ້ບັນດາປະເທດອື່ນໆມີຄວາມເພິ່ງພໍໃຈ.

 

ຕອບກັບ

ຂ່າວ/ບົດ​ອື່ນ