ການ​ຂຸດ​ຄົ້ນ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ

(VOVWORLD) -ຕາມທ່ານຮອງລັດຖະມົນຕີ ຟຸ່ງດຶກຕຽນ ແລ້ວ, ຂະແໜງສິນໃນນ້ຳ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຄື: ເຮັດໃຫ້ຫຼຸດຜ່ອນແຫຼ່ງຊັບພະຍາກອນນ້ຳຢູ ເຂດທະເລ ພາຍໃນປະເທດ ແລະ ລະບົບນິເວດທາງນ້ຳ.
ການ​ຂຸດ​ຄົ້ນ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ - ảnh 1ກອງປະຊຸມແບບທາງໄກທົ່ວປະເທດ ກ່ຽວກັບການປະກອບຄຳເຫັນໃສ່ຮ່າງແຜນກຳນົດ ປົກປັກຮັກສາ ແລະ ຂຸດຄົ້ນແຫຼ່ງຊັບພະຍາກອນນ້ຳ ໄລຍະ 2021 – 2030 (ພາບ: VGP)

ຢູ່ກອງປະຊຸມແບບທາງໄກທົ່ວປະເທດ ກ່ຽວກັບການປະກອບຄຳເຫັນໃສ່ຮ່າງແຜນກຳນົດ ປົກປັກຮັກສາ ແລະ ຂຸດຄົ້ນແຫຼ່ງຊັບພະຍາກອນນ້ຳ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຟຸ້ງດຶກຕຽນ ຊີ້ແຈ້ງວ່າ, ການຂຸດຄົ້ນຕ້ອງ ໄປຄຽງຄູ່ກັບການອະນຸລັກຮັກສາ ແຫຼ່ງຊັບພະຍາກອນນ້ຳ ເພື່ອພັດທະນາແບບຍືນຍົງ.

ຕາມທ່ານຮອງລັດຖະມົນຕີ ຟຸ່ງດຶກຕຽນ ແລ້ວ, ຂະແໜງສິນໃນນ້ຳ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຄື: ເຮັດໃຫ້ຫຼຸດຜ່ອນແຫຼ່ງຊັບພະຍາກອນນ້ຳຢູ ເຂດທະເລ ພາຍໃນປະເທດ ແລະ ລະບົບນິເວດທາງນ້ຳ. ກົດໝາຍວ່າດ້ວຍຊັບພະຍາກອນນ້ຳ ປີ 2017 ດ້ວຍຈຸດໃໝ່ສຳຄັນ ໄດ້ຕອບສະໜອບຄວາມຮຽກຮ້ອງຕ້ອງການໃນການພັດທະນາຂະແໜງຊັບພະຍາກອນນ້ຳຕາມທິດເຊື່ອມໂຍງເຂົ້ນກັບເສດຖະກິດສາກົນຢ່າງເລິກເຊິ່ງ, ຮອບດ້ານ, ມີປະສິດທິຜົນ ແລະ ຍືນຍົງ. ທ່ານກ່າວວ່າ:

ພວກເຮົາຕ້ອງເຫັນວ່າ ການຂຸດຄົ້ນ ແລະ ການອະນຸລັກຮັກສາ ແມ່ນ 2 ເນື້ອໃນທີ່ພົວພັນກັນ ຢ່າງແໜ້ນແຟ້ນ. ຈາກການກຳນົດທິດ ແລະ ມາດຕະການ, ລະບົບໂຄງການ ໃນຮ່າງແຜນກຳນົດ, ຕ້ອງອີງໃສ່ສະພາບການຕົວຈິງ ຂອງ ທ້ອງຖິ່ນ. ພວກເຮົາ ຄວນຄົ້ນຄ້ວາຢ່າງລະອຽດ ເພື່ອໃຫ້ໄດ້ຮ່າງແຜນກຳນົດ ທີ່ສົມບູນແບບ ແລະ ຕິດແທດກັບ ຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ