ການຂາຍຍ່ອຍສິນຄ້າ, ລາຍຮັບການບໍລິການໃຊ້ສອຍສືບຕໍ່ຢູ່ໃນທ່າເຕີບໂຕ

(VOVWORLD) - ຍອດລະດັບການຂາຍຍ່ອຍສິນຄ້າ ແລະ ລາຍຮັບການບໍລິການໃຊ້ສອຍໄດ້ເພີ່ມຂຶ້ນນັ້ນແມ່ນສັນຍານທີ່ໜ້າປະເອີບໃຈ.
ການຂາຍຍ່ອຍສິນຄ້າ, ລາຍຮັບການບໍລິການໃຊ້ສອຍສືບຕໍ່ຢູ່ໃນທ່າເຕີບໂຕ - ảnh 1(ພາບປະກອບ: congthuong.vn)

        ຕາມບົດລາຍງານຂອງກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ທີ່ປະກາດໃນວັນທີ 29 ມິຖຸນາ ໄດ້ຮັບຮູ້ວ່າ, ໃນໄລຍະ 6 ເດືອນຕົ້ນປີ 2023, ຍອດລະດັບການຂາຍຍ່ອຍສິນຄ້າ, ລາຍຮັບການບໍລິການໃຊ້ສອຍໄດ້ເພີ່ມຂຶ້ນ 10,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ຕາມທ່ານນາງ ເລຫວຽດງາ, ຮອງຫົວໜ້າກົມຕະຫຼາດພາຍໃນປະເທດ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວ, ຍອດລະດັບການຂາຍຍ່ອຍສິນຄ້າ ແລະ ລາຍຮັບການບໍລິການໃຊ້ສອຍໄດ້ເພີ່ມຂຶ້ນນັ້ນແມ່ນສັນຍານທີ່ໜ້າປະເອີບໃຈ.

        “ໃນ 6 ເດືອນຕົ້ນປີ, ພວກເຮົາໄດ້ເຫັນສັນຍານທີ່ໜ້າປະເອີບໃຈ, ການໃຊ້ສອຍຢູ່ພາຍໃນປະເທດຍັງສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳເພື່ອພັດທະນາເສດຖະກິດ ຫວຽດນາມ, ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດ. ບັນດາທ້ອງຖິ່ນພວມຕັ້ງໜ້າເຂົ້າຮ່ວມການກະຕຸ້ນການໃຊ້ສອຍຢູ່ພາຍໃນປະເທດ ຕິດພັນກັບການຟື້ນຟູເສດຖະກິດຢູ່ພາຍໃນປະເທດ. ບັນດາລາຍການ, ທ່າອ່ຽງໃໝ່ຄື ການຄ້າເອເລັກໂຕນິກ ກໍ່ພັດທະນາ ຊ່ວຍໃນການຈຳໜ່າຍສິນຄ້າ, ປະຢັດລາຍຈ່າຍໃຫ້ແກ່ພື້ນຖານເສດຖະກິດ”.

        ເພື່ອປັບປຸງການໃຊ້ສອຍຢູ່ພາຍໃນປະເທດ, ໜູນຊ່ວຍການຟື້ນຟູການເຕີບໂຕເສດຖະກິດ, ໃນໄລຍະຈະມາເຖິງ, ລັດຖະບານ ຫວຽດນາມ ຈະປະຕິບັດການຕໍ່ກຳນົດເວລາເສຍພາສີມູນຄ່າເພີ່ມ, ພາສີອາກອນລາຍຮັບວິສາຫະກິດ, ພາສີລາຍຮັບສ່ວນບຸກຄົນ ແລະ ເງິນເຊົ່າທີ່ດິນໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ