ການຕໍ່​ສູ້ເນ​ລະ​ເທດ ນັກ​ການ​ທູດ ລະ​ຫວ່າງ ລັດ​ເຊຍ ແລະ ຝ່າຍ​ທິດ​ຕາ​ເວັນ​ຕົກ ສືບ​ຕໍ່​ປິນ​ຂັ້ນ​ໄດ

(VOVWORLD) -  ກ່ອນໜ້ານັ້ນ, ອີຕາລີ ໄດ້ເນລະເທດ ນັກການທູດ ລັດເຊຍ 2 ທ່ານ ພາຍຫຼັງຕຳຫຼວດ ໃຫ້ຮູ້ວ່າ ໄດ້ພົບເຫັນຮ້ອຍເອກທະຫານເຮືອ ອີຕາລີ ຄົນໜຶ່ງ ໄດ້ສົ່ງເອກະສານລັບໃຫ້ແກ່ເຈົ້າໜ້າທີ່ການທະຫານ ລັດເຊຍ ທ່ານໜຶ່ງ ເພື່ອເອົາເງິນ.
ການຕໍ່​ສູ້ເນ​ລະ​ເທດ ນັກ​ການ​ທູດ ລະ​ຫວ່າງ ລັດ​ເຊຍ ແລະ ຝ່າຍ​ທິດ​ຕາ​ເວັນ​ຕົກ ສືບ​ຕໍ່​ປິນ​ຂັ້ນ​ໄດ - ảnh 1ລົດໂອໂຕຂອງທ່ານເອກອັກຄະລັດຖະທູດ ລັດເຊຍ Aleksandr Zmeyevsky  ປະຈຳ ສ.ເຊັກໂກ ຢູ່ນອກກະຊວງການຕ່າງປະເທດ ເຊັກໂກ (ພາບ: AP)

ການຕໍ່ສູ້ທາງການທູດ ລະຫວ່າງ ລັດເຊຍ ແລະ ຝ່າຍທິດຕາເວັນຕົກ ສືບຕໍ່ປິນຂັ້ນໄດ ຂະນະທີ່ໃນວັນທີ 26 ເມສາ, ລັດເຊຍ ປະກາດເນທະເທດ ນັກການທູດ ອີຕາລີ ທ່ານໜຶ່ງ ແລະ ຮຽກເອີ້ນທ່ານເອກອັກຄະລັດຖະທູດ ອີຕາລີ ໄປຍັງສຳນັກງານກະຊວງການຕ່າງປະເທດ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງ ສິ່ງທີ່ມົດສະກູ ຖືວ່າ ແມ່ນການກະທຳທີ່ໄຮ້ເຫດຜົນ ຂອງ Rome ເມື່ອເນລະເທດ ນັກການທູດ ລັດເຊຍ 2 ທ່ານ ໃນເດືອນກ່ອນ.

        ກ່ອນໜ້ານັ້ນ, ອີຕາລີ ໄດ້ເນລະເທດ ນັກການທູດ ລັດເຊຍ 2 ທ່ານ ພາຍຫຼັງຕຳຫຼວດ ໃຫ້ຮູ້ວ່າ ໄດ້ພົບເຫັນຮ້ອຍເອກທະຫານເຮືອ ອີຕາລີ ຄົນໜຶ່ງ ໄດ້ສົ່ງເອກະສານລັບໃຫ້ແກ່ເຈົ້າໜ້າທີ່ການທະຫານ ລັດເຊຍ ທ່ານໜຶ່ງ ເພື່ອເອົາເງິນ.

         ແລະກໍ່ໃນວັນທີ່ 26 ເມສາ, ກະຊວງການຕ່າງປະເທດ ຣູມານີ ໃຫ້ຮູ້ວ່າ ຈະເນລະເທດ ນັກການທູດລັດເຊຍ 1 ຄົນ ເພື່ອສະແດງຄວາມສາມັກຄີກັບ ສ.ເຊັກໂກ ຊຶ່ງເປັນປະເທດທີ່ມີສ່ວນກ່ຽວພັນໃນການໂຕ້ຖຽງກັນທາງການທູດກັບ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ