ການຕ້ອນຮັບບຸນເຕັດປີສະຫຼູຢູ່ຈີນ ແລະ ກຳປູເຈຍ

(VOVWORLD) -ສະຖານທູດຫວຽດນາມປະຈຳຈີນທີ່ປັກກິງ ໄດ້ຈັດພິທີຕ້ອນຮັບບຸນເຕັດປີສະຫຼູ 2021 ຊຶ່ງມີການເຂົ້າຮ່ວມຂອງບັນດາພະນັກງານ ພາລະກອນສະຖານທູດ ພ້ອມກັບບັນດາສຳນັກງານຜູ້ຕ່າງໜ້າຂອງຫວຽດນາມ ແລະ ຄອບຄົວຊາວຫວຽດນາມຢູ່ປັກກິງ
ການຕ້ອນຮັບບຸນເຕັດປີສະຫຼູຢູ່ຈີນ ແລະ ກຳປູເຈຍ - ảnh 1ລາຍການສະແດງສິລະປະຕ້ອນຮັບບຸນເຕັດຢູ່ປັກກິງ

  ຕອນຄ່ຳວັນທີ 6 ກຸມພາ, ສະຖານທູດຫວຽດນາມປະຈຳຈີນທີ່ປັກກິງ ໄດ້ຈັດພິທີຕ້ອນຮັບບຸນເຕັດປີສະຫຼູ 2021 ຊຶ່ງມີການເຂົ້າຮ່ວມຂອງບັນດາພະນັກງານ ພາລະກອນສະຖານທູດ ພ້ອມກັບບັນດາສຳນັກງານຜູ້ຕ່າງໜ້າຂອງຫວຽດນາມ ແລະ ຄອບຄົວຊາວຫວຽດນາມຢູ່ປັກກິງ.

  ກ່າວຄຳເຫັນທີ່ການພົບປະສັງສັນ, ອຸປະທູດຊົ່ວຄາວ ຝ້າມແທງບີງ ໄດ້ສະແດງຄວາມພາກພູມໃຈເມື່ອແຈ້ງໃຫ້ໃຫ້ຊາບບັນດາຜົນງານທາງດ້ານເສດຖະກິດ ການເມືອງ ແລະ ສັງຄົມຂອງຫວຽດນາມໃນປີທີ່ຜ່ານມາ, ທ່ານໄດ້ຕີລາຄາສູງ ຈິດໃຈສາມັກຄີ ການຊ່ວຍເຫຼືອກັນ ກໍຄືຈິດໃຈຂອງພະນັດງານ ແລະ ຄອບຄົວຊາວຫວຽດນາມ ອວາຍໜ້າເມືອງນອນປະເທດຊາດ.

     ແລະ ກໍໃນຕອນຄ່ຳວັນທີ 6 ກຸມພາ, ສະມາຄົມຂະແມ-ຫວຽດນາມ ພ້ອມກັບພໍ່ແມ່ພີນ້ອງ ຊາວຫວຽດນາມ, ຜູ້ຕາງໜ້າສະຖານທູດຫວຽດນາມ ແລະ ບັນດສາວິສາຫະກິດທີ່ພວມລົງທຶນຢູ່ກຳປູເຈຍ ກໍໄດ້ຈັດງານມະໂຫລານ ຊົມເຊີຍລະດູບານໃໝ່, ບຸນເຕັດປີສະຫຼູ 2021. ທີ່ສຳນັກງານ ສະມາຄົມຂະແມ-ຫວຽດນາມ ຢູ່ພະນົມເປັນ, ທ່ານປະທານ ສະມາຄົມຂະແມ-ຫວຽດນາມ ຊິມຈີ ໄດ້ຕາງ

ໜ້າສະມາຄົມ ສົ່ງຄຳອວຍພອນເຖິງ ພໍ່ແມ່ພີນ້ອງຊາວຫວຽດນາມຢູ່ກຳປູເຈຍ. ໃນປີ 2020 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ທົດສອບຍ້ອນ ໂລກລະບາດ Covid- 19 ກໍ່ຂຶ້ນ ແລະ ຜົນກະທົບທາງດ້ານເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ສະມາຄົມຂະແມ-ຫວຽດນາມ ໄດ້ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ ຂົນຂວາຍ ໂຄສະນາໃຫ້ແກ່ ພໍ່ແມ່ພີນ້ອງຊາວຫວຽດນາມຢູ່ກຳປູເຈຍ ຈົ່ງເປັນເຈົ້າການ ປ້ອງກັນ ແລະ ສະກັດກັ້ນໂລກລະບາດ. 

ຕອບກັບ

ຂ່າວ/ບົດ​ອື່ນ