ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຢູ່ໃຈກາງບັນດາການຫັນປ່ຽນທົ່ວໂລກ
(VOVWORLD) - ນີ້ແມ່ນການຮັບຮູ້ທີ່ໜ້າສົນໃຈຕໍ່ບັນດາບາດກ້າວຂອງ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ການໜູນຊວ່ຍບັນດາບ້ວງເງິນລົງທຶນຜະລິດ ແລະ ນະວັດຕະກຳ ປະກອບສ່ວນຊຸກຍູ້ການເຕີບໂຕແບບຍືນຍົງຂອງພື້ນຖານເສດຖະກິດ.
ທ່າກຳປັ່ນສາກົນ ເຕິນກາງ - ກາຍແມັບ
(ພາບປະກອບ: TTXVN)
|
ເມື່ອແລກປ່ຽນກັບນັກຂ່າວຢູ່ ປາຣີ ຫວ່າງມໍ່ໆມານີ້, ທ່ານ Serge Degallaix, ອະດີດອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ ຖືວ່າ ນະໂຍບາຍຫັນເປັນທັນສະໄໝ, ເປີດປະຕູ ແລະ ປະຕິຮູບຂອງ ຫວຽດນາມ ໃນໄລຍະ 40 ປີຜ່ານມາ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ. ສິ່ງດັ່ງກ່າວໄດ້ສະແດງອອກຢ່າງລະອຽດຜ່ານລະດັບການເຕີບໂຕດ້ານເສດຖະກິດໃນປີ 2025 ລື່ນ 8% ແລະ ບັນດາແງ່ຫວັງທີ່ຕັ້ງໜ້າໃຫ້ແກ່ໄລຍະຕໍ່ໄປ.
ທ່ານ Serge Degallaix ເນັ້ນໜັກວ່າ ເລື່ອງອົງການສາກົນຄຸ້ມຄອງບັນດາດັດຊະນີຕົວເລກການເງິນ (FTSE Russell) ໄດ້ເພີ່ມຫຍັບຂຶ້ນຂອງ ຫວຽດນາມ ຂຶ້ນເປັນກຸ່ມຕະຫຼາດ “ຫາກໍ່ພົ້ນເດັ່ນ”, ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ກັນຍາ 2026. ນີ້ແມ່ນການຮັບຮູ້ທີ່ໜ້າສົນໃຈຕໍ່ບັນດາບາດກ້າວຂອງ ຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ແກ່ການໜູນຊວ່ຍບັນດາບ້ວງເງິນລົງທຶນຜະລິດ ແລະ ນະວັດຕະກຳ ປະກອບສ່ວນຊຸກຍູ້ການເຕີບໂຕແບບຍືນຍົງຂອງພື້ນຖານເສດຖະກິດ.
ຕາມການຕີລາຄາຂອງທ່ານແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມູນິດ ຫວຽດນາມ ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ຢືນຢັນຄືນໃໝ່ຄວາມຕັດສິນໃຈສືບຕໍ່ເລືອກເອົາເສັ້ນທາງພັດທະນາທີ່ໄດ້ຄັດເລືອກ, ແນໃສ່ຫັນບັນດາທ່າແຮງທີ່ມີຢູ່ແລ້ວໃຫ້ໄດ້ຫຼາຍສຸດ.