ການທາບທາມຂັ້ນສູງ ອົດສະຕາລີ - ຫວຽດນາມ ກ່ຽວກັບການຮ່ວມມືພັດທະນາ

(vovworld) – ວັນ​ທີ 31/3, ທີ່​ນະ​ຄອນຫຼວງ Canberra, ປະ​ເທດ ອົດ​ສະ​ຕາ​ລີ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທາບ​ທາ​ມ​ຂັ້ນ​ຮ​ອງ​ລັດ​ຖະ​ມົນ​ຕີ ລະ​ຫວ່າງ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ. ທີ່ກອງ​ປະ​ຊຸມ, 2 ຝ່າຍ​ພິ​ຈາ​ລະ​ນາ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຍົກ​ລະ​ດັບ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ ອົດ​ສະ​ຕາ​ລີ - ຫວຽດ​ນາມ ກາຍ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມມ​ື​ເສດ​ຖະ​ກິດ. ລະ​ອ​ຽດ​ຄື, 2 ຝ່າຍ​ຈະ​ເປີດ​ກ້​ວາງ​ຂົງ​ເຂດ​ຮ່ວມ​ມື​ອີງ​ໃສ່​ບັນ​ດາຫຼັກ​ການ​ຄື​ຄຳ​ໝັ້ນ​ສັນ​ຍາ​ເດີນ​ຕາມ​ບັນ​ດາ​ຜົນ​ປະ​ໂຫຍດ​ລວມ​ກ່ຽວ​ກັບ​ເສດ​ຖະ​ກິດ ທີ່​ໄດ້​ຍົກ​ອອກ​ມາ​ໃນ​ແຜນ​ການ​ເຄື່ອນ​ໄຫວ ອົດ​ສະ​ຕາ​ລີ - ຫວຽດ​ນາມ ໄລ​ຍະ 2016 – 2019; ສົ່ງ​ເສີມ​ການ​ພັດ​ທະ​ນາ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​​ເສດ​ຖະ​ກິດພາກ​ເອ​ກະ​ຊົນ; ຊຸກ​ຍູ້​ບັນ​ດາ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ  ແລະ ສຳ​ພັດ​ຕະຫຼາດ; ຍົກ​ສູງ​ສິດ​ຂອງ​ແມ່​ຍິງ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ;  ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ… 2 ຝ່າ​ຍ​ພິ​ຈາ​ລະ​ນາ​ເລື່ອງ​ຍົກ​ລະ​ດັບ​ກອງ​ປະ​ຊຸມ ທາບ​ທາມ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ຄື​ປະ​ຈຸ​ບັນ​ຂຶ້ນ​ເປັນ​ຂັ້ນ​ລັດ​ຖະ​ມົນ​ຕີ ໃນ​ກອງ​ປະ​ຊຸມ​ຈະ​ມາ​ເຖິງ​​ຊຶ່ງຄາດ​ວ່າ ຈະ​ຈັດ​​ຂຶ້ນຢູ່ ຮ່າ​ໂນ້ຍ ໃນ​ປີ 2019.


ຂ່າວ/ບົດ​ອື່ນ