ການ​ນຳ ຫວຽດ​ນາມ ສົ່ງ​ສານແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​​ເຖິງ​ການ​ນຳ ອິນ​ໂດ​ເນ​ເຊຍ ຕໍ່​ການເສຍ​ຫາຍ​ຈາ​ກ​ເຫດ​ແຜ່ນ​ດິນ​ໄຫວ​​

(VOVWORLD) - ເຫດແຜ່ນດິນໄຫວດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 162 ຄົນ ແລະ ມີຜູ້ຮັບບາດເຈັບນັບຮ້ອຍຄົນ, ພ້ອມທັງເຮັດໃຫ້ປະຊາຊົນ 13.000 ຄົນ ຕ້ອງຍົກຍ້າຍໄປບ່ອນປອດໄພໂດຍທັນທີ ແລະ ທຳລາຍເຮືອນຊານກວ່າ 2.000 ຫຼັງຂອງປະຊາຊົນ.
ການ​ນຳ ຫວຽດ​ນາມ ສົ່ງ​ສານແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​​ເຖິງ​ການ​ນຳ ອິນ​ໂດ​ເນ​ເຊຍ ຕໍ່​ການເສຍ​ຫາຍ​ຈາ​ກ​ເຫດ​ແຜ່ນ​ດິນ​ໄຫວ​​ - ảnh 1ເຫດແຜ່ນດິນໄຫວຢູ່ ແຂວງ Java ຕາເວັນຕົກ  ທຳລາຍເຮືອນຊານກວ່າ 2.000 ຫຼັງຂອງປະຊາຊົນ.(ພາບ: Reuters)

ໂດຍໄດ້ຮັບຂ່າວວ່າ ເຫດແຜນດິນໄຫວເກີດຂຶ້ນໃນວັນທີ 21 ພະຈິກ ຢູ່ ແຂວງ Java ຕາເວັນຕົກ ເຮັດໃຫ້ຖືກຜົນເສຍຫາຍຢ່າງຮ້າຍແຮງນັບທັງດ້ານຊີວິດອິນຊີ ແລະ ຊັບສິນ, ວັນທີ 22 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານແບ່ງເບົາຄວາມເສົ້າຫຼົດໃຈເຖິງທ່ານປະທານາທິບໍດີ Joko Widodo. ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi.

ເຫດແຜ່ນດິນໄຫວດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 162 ຄົນ ແລະ ມີຜູ້ຮັບບາດເຈັບນັບຮ້ອຍຄົນ, ພ້ອມທັງເຮັດໃຫ້ປະຊາຊົນ 13.000 ຄົນ ຕ້ອງຍົກຍ້າຍໄປບ່ອນປອດໄພໂດຍທັນທີ ແລະ ທຳລາຍເຮືອນຊານກວ່າ 2.000 ຫຼັງຂອງປະຊາຊົນ.

ວັນທີ 22 ພະຈິກ, ບັນດາກຳລັງກູ້ໄພກູ້ຊີບ ອິນໂດເນເຊຍ ຍັງສືບຕໍ່ຮີບເຮັ່ງຊອກຫາຜູ້ຫາຍສາບສູນ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ວຽກງານການຊອກຫາຜູ້ປະສົບເຄາະຮ້າຍຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ