ການນຳ ອາເມລິກາ ແລະ ຈີນ ປຶກສາຫາລືບັນຫາ ສປປ.ເກົາຫຼີ

ການນຳ ອາເມລິກາ ແລະ ຈີນ ປຶກສາຫາລືບັນຫາ ສປປ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) – ອາ​ເມ​ລິ​ກາ ​ໄດ້​ອາ​ທິບາຍຈະ​ແຈ້ງ​ກັບ ຈີນ ກ່ຽວ​ກັັບ​ຫຼັກ​ໝັ້ນ​ຂອງ ວໍ​ຊິງ​ຕັນ ​ໃນ​ການ​ຜັນ​ຂະຫຍາຍ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຊັ້ນ​ສູງ​ໄລຍະ​ສຸດ​ທ້າຍ (THAAD) ຢູ່ ສ.​ເກົາຫຼີ. ນີ້​ແມ່ນ​​ເນື້ອ​ໃນສ່ວນ​ໜຶ່ງ​ຂອງ​ການ​ເຈລະຈາ​​ໃນ​ວັນ​ທີ 07/04 ຂອງທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ແລະ ທ່ານ​ປະທານ​ປະ​ເທດ ຈີນ ສື​ຈິ້ນ​ຜິ​ງ ຢູ່​ເຂດພັກຜ່ອນ​ບຳລຸງ​ສຸຂະພາບ Mar-a-Lago ທີ່​ນະຄອນ Florida (ອາ​ເມ​ລິ​ກາ). ທ່ານ​ປະທານາທິບໍດີ Trump ​ແລະ ການ​ນຳ ຈີນ ​ກໍ່​ໄດ້​ປຶກສາ​ຫາລື​ລາຍ​ລະອຽດກ່ຽວ​ກັບ​ລະດັບ​ຮ້າຍ​ແຮງ​ຂອງ​ບັນຫາ​ນິວ​ເຄຼຍ ສປປ.​ເກົາຫຼີ ​ແລະ ວິທີ​ການ​ຮັບ​ມື. ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ນີ້ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Rex Tillerson ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ Donald Trump ສະ​ເໜີ​ທ່ານ​ປະທານ​ປະ​ເທດ ສື​ຈິ້ນ​ຜິ​ງ ມານະ​ພະຍາຍາມ​ກ່ວາອີກ ​ໃນ​ການສະກັດ​ກັ້ນ​ໂຄງການ​ນິວ​ເຄຼຍຂອງ ສປປ.​ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ