ການນຳຄະນະພັກນະຄອນໂຮ່ຈິມິນຕ້ອນຮັບພັກກອມມູນິດບັງກະລາເທດ

(VOVWORLD) -ຕອນບ່າຍວັນທີ 22 ມິຖຸນາ, ທ່ານນາງ ວໍທິຢຸງ, ຮອງເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Mujahidul Islam Selim, ປະທານພັກກອມມູນິດ ບັງກະລາເທດ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ການນຳຄະນະພັກນະຄອນໂຮ່ຈິມິນຕ້ອນຮັບພັກກອມມູນິດບັງກະລາເທດ - ảnh 1ທ່ານນາງ ວໍທິຢຸງ, ຮອງເລຂາຄະນະພັກນະຄອນໂຮ່ຈິມິນ

ຕ້ອນຮັບປະທານພັກກອມມູນິດ ບັງກະລາເທດ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງ ວໍທິຢຸງ ຢືນຢັນບັນດາຜົນງານເຊິ່ງນະຄອນໂຮ່ຈິມິນ ບັນລຸໄດ້ ໃນວັນນີ້, ສ່ວນໜຶ່ງແມ່ນຍ້ອນໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງຈາກເພື່ອນມິດສາກົນ, ໃນນັ້ນມີພັກກອມມູນິດບັງກະລາເທດ. ອຳນາດການປົກຄອງປະຊາຊົນນະຄອນໂຮ່ຈິມິນ ຈະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ເສີມຂະຫຍາຍສາຍພົວພັນສາມັກຄີມິດຕະພາບອັນດີງາມກັບບັນດາພັກກອມມູນິດປະເທດຕ່າງໆ, ໃນນັ້ນມີພັກກອມມູນິດບັງກະລາເທດ.

        ສ່ວນທ່ານ Mujahidul Islam Selim ຢືນຢັນວ່າ, ພັກກອມມູນິດ ແລະ ປະຊາຊົນບັງກະລາເທດ ຍາມໃດກໍ່ຢາກຊຸກຍູ້ສາຍພົວພັນສາມັກຄີມິດຕະພາບອັນດີງາມລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດ, ເພື່ອຄວາມວັດທະນາຖາວອນລວມຂອງ 2 ປະເທດ ແລະ ເພື່ອສັນຕິພາບໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ