ການນຳບັນດາປະເທດເອີລົບເນັ້ນໜັກເຖິງການຮ່ວມມືຢ່າງແໜ້ນແຟ້ນກັບອາເມລິກາ

ການນຳບັນດາປະເທດເອີລົບເນັ້ນໜັກເຖິງການຮ່ວມມືຢ່າງແໜ້ນແຟ້ນກັບອາເມລິກາ - ảnh 1
ເສດຖີ​ເງິນ​ຕື້ Donald Trump ​ໄດ້​ຮັບ​ເລືອກ
​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ
(ພາບ: Getty)

(vovworld) - ພາຍຫຼັງ​​ເສດຖີ​ເງິນ​ຕື້ Donald Trump ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ, ວັນ​ທີ 11/11, ປະທານາທິບໍດີ ຝລັ່ງ Francois Hollande ​ໃຫ້​ຮູ້​ວ່າ, ທ່ານ​ຈະ​​ ““ເຮັດ​ແຈ້ງ ທັດສະນະ“ ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ​ໃນ​ການ​ໂທລະສັບ “​ຢ່າງ​ກົງ​ໄປ​ກົງ​ມາ“ ​ຄັ້ງ​ຕ່າງໆ. ທ່ານ Francois Hollande ​ໃຫ້​ຮູ້​ວ່າ, ການ​ສູ້​ຮົບ​ຕ້ານ​ກໍ່​ການ​ຮ້າຍ ​ແລະ ຕ້ານ​ອົງການ “ລັດ​ອິດສະ​ລາມ“ (IS) ຢູ່​ຊີຣີ ​ແລະ ອີຣັກ, ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນຕາ​ເວັນ​ອອກ ​ແມ່ນ​ບັນດາ​ບັນຫາ​ເຊິ່ງທ່ານ​ຢາກ​ປຶກສາ​ຫາລື​ໃນ​ການ​​ໂທລະສັບ.

        ສ່ວນ​ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Matteo Renzi ກໍ່​ໄດ້​ໂທລະສັບ​ກັບ​ທ່ານ Donald Trump ​ແລະ ອວຍພອນ​ທ່ານ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ. ​ໃນ​​ໂທລະສັບ, ທ່ານ​ນາຍົກລັດຖະມົນຕີ Matteo Renzi ​ໄດ້​ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ຂອງ​ພັນທະ​ມິດ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອີ​ຕາ​ລີ. ພ້ອມ​ທັງ​ສະ​ແດງ​ຄວາມ​ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ​ແຖວ​ໜ້າ​ໂລກ (G7) ​ໃນ​ປີ 2017.

        ຕອນ​ຄຳ່​ວັນ​ທີ 10/11, ​ໃນ​ການ​ໂທລະສັບ​ກັບທ່ານ Donald Trump, ນາຍົກລັດຖະມົນຕີ ​ເຢັຍລະ​ມັນ ທ່ານ​ນາງ Angela Merkel ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື ກໍ່​ຄື​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ເນັ້ນ​ໜັກ​​ເຖິງ​ບັນດາ​ຄຸນຄ່າ​ລວມຂອງ​ເຢັຍລະ​ມັນ ​ແລະ ອາ​ເມ​ລິ​ກາ.

 

ຂ່າວ/ບົດ​ອື່ນ