ການ​ນຳລັດ ລົງ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ມີຄວາມປາດຖະໜາຢາກໃຫ້ປະຊາຊົນແຂວງບາກລຽວ ສືບຕໍ່ຜັນຂະຫຍາຍມູນເຊື້ອສາມັກຄີທົ່ວປວງຊົນທັງຊາດ, ຊ່ວຍເຫຼືອກັນຜ່ານຜ່າໂລກລະບາດໂຄວິດ - 19, ມີຊີວິດທີ່ເປັນປົກກະຕິ.
ການ​ນຳລັດ ລົງ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາທ້ອງຖິ່ນ (ພາບ: TTXVN)

ຕອນບ່າຍວັນທີ 16 ມັງກອນ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫຼືບຸນເຕັດ 2022, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ມອບຂອງຂວັນບຸນເຕັດ 750 ພູດ ໃຫ້ແກ່ແຂວງບາກລຽວ, ແຕ່ລະພູດມີມູນຄ່າ 1,2 ລ້ານດົ່ງ ເພື່ອມອບໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທີ່ປະສົບຄວາມຫຍຸ້ງຍາກ, ຜູ້ອອກແຮງງານທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ມີຄວາມປາດຖະໜາຢາກໃຫ້ປະຊາຊົນແຂວງບາກລຽວ ສືບຕໍ່ຜັນຂະຫຍາຍມູນເຊື້ອສາມັກຄີທົ່ວປວງຊົນທັງຊາດ, ຊ່ວຍເຫຼືອກັນຜ່ານຜ່າໂລກລະບາດໂຄວິດ - 19, ມີຊີວິດທີ່ເປັນປົກກະຕິ.

ແລະກໍ່ໃນວັນທີ 16 ມັງກອນ, ຄະນະປະຕິບັດງານໂດຍທ່ານ ເຮົ່າອາເລັ່ງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ໄດ້ລົງຢ້ຽມຢາມ, ມອບຂອງຂວັນບຸນເຕັດຢູ່ແຂວງ ບັກກ໊ານ. ຂອງຂວັນລວມລວມມີເງິນສົດ 50 ລ້ານດົ່ງ ໃຫ້ແກ່ກອງທຶນສົ່ງເສີມການຮຽນ ຂອງເມືອງ ເງິນເຊີນ ແລະ ຂອງຂວັນ 150 ພູດໃຫ້ແກ່ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ແຂວງບັກກ໊ານ.

ຕອບກັບ

ຂ່າວ/ບົດ​ອື່ນ