ການນຳລັດເຊຍ ແລະ ຊີຣີປຶກສາຫາລືກ່ຽວກັບອະນາຄົດຂອງຊີຣີ

ການນຳລັດເຊຍ ແລະ ຊີຣີປຶກສາຫາລືກ່ຽວກັບອະນາຄົດຂອງຊີຣີ - ảnh 1
ປະທານາທິບໍດີ​ລັດ​ເຊຍ Vladimir Putin​ ແລະ
​ປະທານາທິບໍດີ ຊີຣີ Bashar-Assad
(ພາບ: IbTimes)

(vovworld) - ວັນ​ທີ 23/12, ປະທານາທິບໍດີ​ລັດ​ເຊຍ Vladimir Putin​ ໄດ້ປຶກສາ​ຫາລື​ກັບ​ປະທານາທິບໍດີ ຊີຣີ Bashar-Assad ກ່ຽວ​ກັບ​ອະນາຄົດ​ຂອງ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ​ໃນ​ການ​​ໂອ້​ລົມ​ທາງໂທລະສັບ, ປະທານາທິບໍດີ​ Vladimir Putin​ ​ໄດ້​ອວຍ​ພອນ​ຜູ້​ຮ່ວມ​ຕຳ​ແໜ່​ງ ຊີຣີ ຍາດ​ໄດ້​ສິດ​ຄວບ​ຄຸມ​ນະຄອນ Aleppo, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ຈຸດ​ເວລາ​ທີ່​ຕ້ອງການ​ສຸມ​ໃສ່​ຄວາມ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ຂໍ້​ຕົກລົງ​ແກ້​ໄຂ​ວິ​ກິດ​ການ​ຢູ່​ຊີຣີ. ​ໃນ​ຂະນະ​ນັ້ນ, ປະທານາທິບໍດີ Bashar-Assad ກໍ່​ຢືນຢັນ​ວ່າ, ​ໄຊຊະນະ Aleppo ​ໄດ້​ເປັນ​ການ​ເປີດ​ປະຕູ​ໃຫ້​ແກ່​ວິວັດທະນາ​ການ​ດ້ານ​ການ​ເມືອງ.

ຂ່າວ/ບົດ​ອື່ນ