ການ​ນຳ​ລັດ​ເຊຍ ​ແລະ ອັງກິດ ປຶກສາ​ຫາລື​ສະພາບ​ການ​ຢູ່​ຊີຣີ

ການ​ນຳ​ລັດ​ເຊຍ ​ແລະ ອັງກິດ ປຶກສາ​ຫາລື​ສະພາບ​ການ​ຢູ່​ຊີຣີ - ảnh 1

(ພາບ:tinnhanhvietnam.net)​

( vovworld ) – ວັນ​ທີ 2/8, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir.Putin     ຊື່​ງພວມ​ຢູ່​ຢ້ຽມຢາມ​ອັງກິດ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ David Cameron, ໜື່ງ​ໃນ​ບັນດາ​ຫົວ​ຂໍ້​ຈຸດ​ສຸມ​ແມ່ນ​ສະພາບ​ການ​ຢູ່​ຊີຣີ. ​ໃນ​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ​ຫຼັງ​ການ​ເຈລະຈາ, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir.Putin ຊີ້​ແຈ້ງວ່າ: ​ໃນ​ການ​ພົບ​ປະ​ທີ່​ແກ່ຍາວ​ເປັນ​ເວລາ​ເກືອບ 1 ຊົ່ວ​ໂມງ, ການ​ນຳ​ລັດ​ເຊຍ ​ແລະ ອັງກິດ ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ປຶກສາ​ຫາລື​ສະພາບ​ການ​ຢູ່​ຊີຣີ, ທ່ານ​ປະທານາທິບໍດີ​ລັດ​ເຊຍ ​ໄດ້​ຍົກ​ອອກ​ບາງ​ຈຸດ​ຄ້າຍຄື​ກັນ​ໃນ​ການ​ຕີ​ລາຄາ​ສະພາບການຢູ່​ຊີຣີ ລະຫວ່າງ​ມົດ​ສະ​ກູ ​ແລະ ລອນ​ດອນ. ຕາມ​ທ່ານ​ແລ້ວ, ​ເຖິງ​ວ່າ ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຈຳນວນ 1 ກ່ຽວ​ກັບ​ຫຼັກ​ໝັ້ນຕໍ່​ປະ​ເທດ​ຕາ​ເວັນ​ອອກກາງນີ້​ກໍ່ຕາມ​ ແຕ່​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ ລັດ​ເຊຍ ​ແລະ ອັງກິດ ລ້ວນ​ແຕ່​ມີ​ຄວາມ​ປາດ​ຖະໜາ​ວ່າ​ປະ​ເທດ​ຊີຣີ ມີ​ຄວາມ​ສະຖຽນ​ລະ​ພາບ. ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir.Putin ​ແລະ ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ ຈົ່ງ​ສືບ​ຕໍ່​ວຽກ​ງານ​ລວມ​ເພື່ອ​ແກ້​ໄຂ​ສະພາບ​ການ​ກ່ຽວ​ກັບ​ຊີຣີ. ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ​ໃນ​ນັ້ນ​ໄດ້​ຍົກ​ອອກ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມືດ້ານ​ການ​ຄ້າ-​ເສດຖະກິດ ​ແລະ ດ້ານ​ພະລັງງານ ລະຫວ່າງ​ລັດ​ເຊຍ-​ອັງກິດ​ ​ຢ່າງ​ບໍ່​ຢຸດ​ຢັ້ງ. ສອງ​ຝ່າຍ​ໄດ້​ຕົກລົງ​ຈະ​ຊອກ​ຫາ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່ ​ເພື່ອ​ແນ່​ໃສ່ພັດທະນາບັນດາ​ການ​ພົວ​ພັນ​ດ້ານ​ເສດຖະກິດ.

 

 

 

 

ຂ່າວ/ບົດ​ອື່ນ