ການນຳລັດ,ແນວໂຮມປະເທດຊາດຫວຽດນາມຕ້ອນຮັບຜູ້ຕາງຫນ້າສະມາຄົມສາສະຫນາກາວດາຍ

ການນຳລັດ,ແນວໂຮມປະເທດຊາດຫວຽດນາມຕ້ອນຮັບຜູ້ຕາງຫນ້າສະມາຄົມສາສະຫນາກາວດາຍ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
​ພົບ​ປະ​ກັບ​ຜູ້​ຕາງ​ຫນ້າ​ສະ​ມາ​ຄົມ​ສາ​ສະ​ຫນາ ກາວ​ດາຍ
ພາບ:VTV

(vovworld)-  ​​ ​ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ຜູ້​ຕາງ​ຫນ້າ​ສະ​ມາ​ຄົມ​ສາ​ສະ​ຫນາ ກາວ​ດາຍ ​ໃນ​ຕ​ອນ​ບ່າຍ​ວັນ​ທີ 13/10, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນ​ຢັນ: ໃນ​ຕະ​ຫລອດ​ໄລ​ຍະ​ປ​ະ​ຫວັດ​ແຫ່ງ​ການ​ພັດ​ທະ​ນາ, ສາ​ສະ​ຫນາ ກາວ​ດາຍ ໄດ້​ພິ​ສູດ​ໃຫ້​ເຫັນ​ແມ່​ນ​ສາ​ສະ​ຫນາຫນຶ່ງ​ຂອງ​ຫວຽດ​ນາມ ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ປະ​ເທດ​ຊາດ, ປະ​ກອບ​ສ່ວນບໍ່​ແມ່ນ​ຫນ​້ອຍ​ໃນ​ວິ​ວັດ​ການ​ຕໍ່​ສູ້​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ ປາດ​ຖະ​ຫນາ​ວ່າ ຍົດ​ຖາ​ບັນ​ດາ​ສັກ ຈະ​ແນະ​ນຳ​ໃຫ້​ ​ສາ​ສະ​ນິ​ກະ​ຊົນດຳ​ເນີນ​ການ​ເຄື່ອນ​ໄຫ​ວ​ສາ​ສະ​ຫນາ​ຕາມ​ການ​ກຳ​ນົດ​, ຈຸດ​ປະ​ສົງ​ຂອງ​ສາ​ສະ​ຫນາ​ກາວ​ດາຍ ພ້ອມ​ທັງ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ, ສືບ​ຕໍ່​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້, ປະ​ກອບ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ກຳ​ລັງ​ພູມ​ປັນ​ຍາ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ. ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ສາ​ສະ​ຫນາ​ກາວ​ດາຍ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາ​ສະ​ຫນາ ກາວ​ດາຍ ຢູ່ ນະ​ຄອນ​ ຫລວງ ຮ່າ​ໂນ້ຍ, ທ່ານ​ເລ​ບາ​ຈີງ ຮອງ​ປ​ະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປາດ​ຖະ​ຫນາ​ວ່າ:  ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ສາ​ສະ​ຫນາ ກາວ​ດາຍ ສືບ​ຕໍ່ ເສີມ​ຂະ​ຫຍາຍ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບກ່ຽວ​ກັບ​ການ​ໂຄ​ສະ​ນາ, ຂ​ົນ​ຂວາຍ​ບັນ​ດາ​ສາ​ສະ​ນິ​ກະ​ຊົນ, ປະ​ຊາ​ຊົນ ທ້ອງ​ຖິ່ນ ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ລັດ, ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

 

 

ຂ່າວ/ບົດ​ອື່ນ