ການນຳຫວຽດນາມຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ເກັຼກ

 
ການນຳຫວຽດນາມຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ເກັຼກ - ảnh 1ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່​ງ​ມີງ

(vovworld) – ​​​​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່​ງ​ມີງ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເກຼັກ Nikos Kotzias ພວມ​ມີ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າ​ງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12 – 14/2/2017. ໃນ​ການ​ຢ້ຽມ​ຢາມ, ວັນ​ທີ 13/2, ທ່ານ ຟ້າມ​ບີ່​ງ​ມີງ ແລະ ທ່ານ Nikos Kotzias ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. 2 ຝ່າຍຢັ້ງ​ຢືນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ມີ​ບາດ​ກ້າວ​ພັດ​ທະ​ນາ​ອັນ​ດ​ີ​ງາມ. 2 ຝ່າຍໄດ້​ແລກ​ປ່ຽນ ແລະ ເປັນ​ເອ​ກະ​ພາບ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ພົບ​ປະ, ແລກ​ປ່ຽນ​ຄະ​ນະ​ທຸກຂັ້ນ, ຜັນ​ຂະ​ຫຍາຍ​​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຄື ທາບ​ທາ​ມ​ຕ້ານການ​ເມ​ືອງ​ລະ​ຫວ່າງ 2 ກະ​ຊວງ​ການ​ຕ່າງ​ປະ​ເທດຢ່າງ​ມີປະ​ສິດ​ທິ​ຜົນ. 2 ຝ່າຍ​ເປັນ​ເອ​ກະ​ພາບ​​ສືບ​ຕໍ່​ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ປ​ະ​ຊາ​ຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ພົບ​ປະ, ແລກ​ປ່ຽນ​ບົດ​ຮຽນ ແລະ ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື, ສຸມ​ໃສ່​ເຂົ້າ​ໃນ​ບາງ​ຂົງ​ເຂດ​ເຊິ່ງ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ ແລະ ເກຼັກ ມີ​ທ່າ​ແຮງ. 2 ຝ່າຍ​ເປັນ​ເອ​ກະ​ພາບ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ​ ແລະ ພາກ​ພື້ນ.

ແລະ​ກໍ່​ໃນ​​ຕອນ​ບ່າຍ​ວັນດຽວ​ກັນ, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ​ໃນ​ການ​ຕ້ອນ​ຮັບ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເກຼັກ Nikos Kotzias, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຊ​ີ້​ແຈ້ງວ່າ: ຫວຽດ​ນາມ ມ​ີ​ແຜນ​ນະ​ໂຍ​ບາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ທ​ຸກໆ​ປະ​ເທດ​ສະ​ມາ​ຊິກສະ​ຫະ​ພາບ ເອີ​ລົບ (ອີ​ຢູ), ໃນ​ນັ້ນ ມີ​ເກຼັກ. ຫວຽດ​ນາມ ແລະ ເກຼັກ ມີ​ 40 ປີ​ແຫ່ງ​ການ​ຮ່ວມ​ມື​ນັບ​ແຕ່ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ປີ 1975. ປະ​ຊາ​ຊົນ 2 ປະ​ເທດ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​​ມາ​ແຕ່​ດົນ​ນານ ແລະ ຫວຽດ​ນາມ ຂອບ​ອົກ​ຂອບ​ໃຈ​ຕໍ່ໍ່​ການ​ສະ​ໜັບ​ສະ​ໜູນ​ຍາວ​ອັນ​ລ້ຳ​ຄ່າ​ເຊິ່ງ​ປະ​ຊາ​ຊົນ ເກຼັກ ສ​ະ​ຫງວນ​ໃຫ້​ແກ່ປະ​ຊາ​ຊົນ ຫວຽດ​ນາມ ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ ແລະ ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໃນ​ເມື່ອ​ກ່ອນ. ຕີ​ລາ​ຄາ​ສູງ​ໝາກ​ຜົນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເກຼັກ Nikos Kotzias ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ຫ​ວຽດ​ນາມ ຟ້າມ​ບີ່ງ​ມີງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ເຊື່ອ​ໝັ້ນ​ວ່າ ບັນ​ດາ​ເນື້ອ​ໃນ​ແລກ​ປ່ຽນ​ຈະ​ແມ່ນ​ພື້ນ​ຖານ​ເພື່ອ​ຮັດ​ແໜ້ນ​​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດກ່​ວາ​ອີກ.

ຂ່າວ/ບົດ​ອື່ນ