ການນຳແນວໂຮມປະເທດຊາດຫວຽດນາມອວຍພອນສະມາຄົມພຸດທະສາສະໜາໃນໂອກາດວັນບຸນວິສາຂະບູຊາ

ການນຳແນວໂຮມປະເທດຊາດຫວຽດນາມອວຍພອນສະມາຄົມພຸດທະສາສະໜາໃນໂອກາດວັນບຸນວິສາຂະບູຊາ - ảnh 1
ທ່ານ ຫວູຈ້ອງ​ກິມ ​ໄດ້​ສົ່ງພອນ​ໄຊ​ອັນປະ​ເສີດ​ທີ່​ສຸດ​
ເຖິງ​ບັນດາພະສົງ​ສຳມະ​ເນນພຸດ​ທະ​ສາສະໜາ​ຫວຽດນາມ
(ພາບ: baomoi.com)


​(vovworld) - ຕອນ​ບ່າຍ​ວັນ​ທີ 28/05, ທ່ານ​ຮອງ​ປະທານ, ທັງ​ເປັນ​ເລ​ທິທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ຫວູຈ້ອງ​ກິມ, ​ໄດ້​ໄປ​ອວຍ​ພອນສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ເນື່ອງ​ໃນ​ໂອກາດວັນ​ບຸນ​ວິສາຂະບູຊາພ.ສ 2559. ຢູ່​ທີ່​ນີ້, ທ່ານ ຫວູຈ້ອງ​ກິມ ​ໄດ້​ສົ່ງພອນ​ໄຊ​ອັນປະ​ເສີດ​ທີ່​ສຸດ​ເຖິງ​ບັນດາພະສົງ​ສຳມະ​ເນນພຸດ​ທະ​ສາສະໜາ​ຫວຽດນາມ, ບັນດາ​ພະສົງ​ສຳມະ​ເນນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຕ້ອນຮັບວັນ​ບຸນ​ວິສາຂະບູຊາຢ່າງ​​ເບີກ​ບານມ່ວນ​ຊື່ນ ​ແລະ ສະຫງົບ​ສຸກ​ໃນ​ຊາຍ​ຄາ​ລວມຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານ ຫວູຈ້ອງ​ກິມ ປາດ​ຖະໜາ​ວ່າ, ສະມາຄົມ​ພຸດທະ​ສາສະໜາ ສືບ​ຕໍ່​ຮ່ວມ​​ເດີນທາງ​ພ້ອມກັບປະ​ເທດ, ປະສົມ​ກົມກຽວລະຫວ່າງການ​ເຄື່ອນ​ໄຫວ​ສາສະໜາ​ກັບ​ຊີວິດປະຈຳ​ວັນ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປັບປຸງກຸ່ມ​ກ້ອນ​ມະ​ຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ຂ່າວ/ບົດ​ອື່ນ